ໃນວັນທີ 28/05/2026 ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກິດຈະກຳບັນຍາຍໃຫ້ຄວາມຮັບຮູ້ ວຽກງານປະກັນສັງຄົມ ໃຫ້ແກ່ໄວໜຸ່ມ (ນັກສຶກສາປີສຸດທ້າຍ) ຂອງ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປີດພິທີມີຫົວໜ້າອໍານວຍການ ມ.ຊ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງຄຶກຄື້ນ. ຂື້ນບັນຍາຍ ແລະ ຈັດກິດຈະກໍາ ໂດຍຜູ້ຕາງໜ້າ ຈາກ  ພະແນກໂຄສະນາປະຊາສໍາພັນ ຂອງ ອປຊ.

ການຈັດກິດຈະກຳໃນຄັ້ງນີ້ ຖືເປັນສ່ວນໜຶ່ງໃນການກະກຽມຄວາມພ້ອມໃຫ້ນັກສຶກສາປີສຸດທ້າຍ ຂອງ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈ ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ລະບຽບການທີ່ກ່ຽວຂ້ອງ ກ່ອນການກ້າວເຂົ້າສູ່ຕະຫຼາດແຮງງານ. ເນື້ອໃນການບັນຍາຍ ໄດ້ສະແດງໃຫ້ເຫັນຄວາມເປັນມາຂອງລະບົບປະກັນສັງຄົມໃນ ສປປ ລາວ, ກຸ່ມເປົ້າໝາຍ, ການຂື້ນທະບຽນ, ພັນທະ ແລະ ສິດຜົນປະໂຫຍດອຸດໜູນຕ່າງໆທີ່ຈະໄດ້ຮັບໃນເວລາເຂົ້າເປັນສະມາຊິກປະກັນສັງຄົມ. ໃນໂອກາດນີ້ ວິທະຍາກອນຍັງໄດ້ມີກິດຈະກໍາແລກປ່ຽນຖາມ-ຕອບ ແລະ ມອບຂອງທີ່ລະນຶກ ໃຫ້ແກ່ຄູ່ອາຈານ ແລະ ນັກສຶກສາ ດ້ວຍບັນຍາກາດຟົດຟື້ນ ເຊິ່ງຈະຊ່ວຍໃຫ້ນັກສຶກສາ ຮັບຮູ້ສິດ ແລະ ພັນທະຂອງຕົນ ໃນເວລາທີ່ຕົນກ້າວເຂົ້າສູ່ການເປັນພະນັກງານ ທັງພາກລັດ, ວິສາຫະກິດ ແລະ ຜູ້ປະກັນຕົນພາກສະໝັກໃຈ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)