



ໃນຕອນເຊົ້າຂອງວັນທີ 03 ເມສາ 2026 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີປະກາດການຈັດຕັ້ງແຕ່ງຕັ້ງ ທ່ານ ຄຳໄຊ ເຊ່ຍຢິ້ງຢ່າງ ຂຶ້ນດຳລົງຕຳແໜ່ງເປັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢ່າງເປັນທາງການ. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ຮສສ; ມີບັນດາທ່ານຮອງລັດຖະມົນຕີ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະຈັດຕັ້ງໄດ້ຜ່ານດຳລັດຂອງນາຍຍົກລັດຖະມົນຕີ ສະບັບເລກທີ 28, ລົງວັນທີ 04 ມີນາ 2026 ວ່າດວ້ຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ເຊິ່ງເປັນຜູ້ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ໃນການສືບຕໍ່ຊີ້ນຳ-ນຳພາວຽກງານຂອງກະຊວງໃຫ້ມີຄວາມເຂັ້ມແຂງ.
ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກ ແລະ ຄະນະພັກ-ຄະນະນຳ ທຸກຂັ້ນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມຈຳນວນໜຶ່ງ ດັ່ງນີ້:
• ວຽກງານການເມືອງ-ແນວຄິດ: ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ.
• ການປັບປຸງກົນໄກການເຮັດວຽກ: ປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບ, ວ່ອງໄວ, ທັນສະພາບການ ແລະ ສ້າງຄວາມເປັນເອກະພາບສູງກັບບັນດາຂະແໜງການທີ່ກ່ຽວຂ້ອງ.
• ການສ້າງເສດຖະກິດເອກະລາດ: ເລັ່ງຈັດຕັ້ງປະຕິບັດການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ປາກົດຜົນເປັນຈິງ.
• ການຫັນເປັນທັນສະໄໝ: ເປັນເຈົ້າການໃນການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດຕາມສັນຍາຕ່າງໆ ໂດຍນຳໃຊ້ລະບົບທີ່ທັນສະໄໝເຂົ້າໃນການບໍລິຫານ]ລັດ.
• ການພັດທະນາບຸກຄະລາກອນ: ຍົກສູງຂີດຄວາມສາມາດຂອງພະນັກງານຕາມພາລະບົດບາດ, ສ້າງຊ່ຽວຊານທາງດ້ານກົດໝາຍບັດານິຕິກຳທີ່ກຽ່ວຂ້ອງກັບຂະແໜງການຂອງຕົນ
ພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດອັນສະຫງ່າຜ່າເຜີຍ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ເພື່ອເປັນຂີດໝາຍໃໝ່ໃນການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວສານ ຮສສ)