




ຈຸດປະສົງ ກໍ່ເພື່ອເສີມສ້າງຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດວຽກປະກັນສັງຄົມເວົ້າລວມ ເວົ້າສະເພາະ ກໍ່ຄືການຈັດຕັ້ງປະຕິບັດວຽກໂຄສະນາປະຊາສໍາພັນ, ວຽກທະບຽນ-ເງິນສົມທົບ ແລະ ວຽກອຸດໜູນ ໃຫ້ກັບພະນັກງານ-ລັດຖະກອນ ທີ່ຮັບຜິດຊອບຊ່ວຍວຽກປະກັນສັງຄົມຢູ່ຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ເປັນເອກະພາບກັນ ໂດຍສະເພາະ ການເຜີຍແຜ່ຂໍ້ມູນປະກັນສັງຄົມ ກ່ຽວກັບສິດຜົນປະໂຫຍດຂອງການເຂົ້າເປັນສະມາຊິກປະກັນສັງຄົມພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54, ການຮັບ-ກວດເອກະສານຂຶ້ນທະບຽນໃຫ້ຖືກຕ້ອງ, ການຮັບ-ກວດເອກະສານຂໍຮັບອຸດໜູນປະເພດຕ່າງໆ, ການແຈກຍາຍແບບຟອມ, ແຈກຍາຍບັດປະກັນສັງຄົມ ແລະ ການບໍລິການອື່ນໆ ທີ່ຕິດພັນກັບວຽກປະກັນສັງຄົມ, ທັງນີ້ກໍ່ເພື່ອຮັບປະກັນການປົກປ້ອງສິດຜົນປະໂຫຍດຂອງຜູ້ປະກັນຕົນໃນສະໜອງບັນດາອຸດໜູນຕາມແຕ່ລະເງື່ອນໄຂໃຫ້ແກ່ຜູ້ປະກັນຕົນ ແລະ ເພື່ອສ້າງຄວາມສະດວກ ວ່ອງໄວ ຄວາມເພິ່ງພໍໃຈໃຫ້ກັບຜູ້ມາໃຊ້ບໍລິການ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີຈາກທິມງານຄູຝຶກໃນ 3 ຂະແໜງວຽກປະກັນສັງຄົມ ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມທັງມີການປະກອບຄໍາຄິດເຫັນ ແລະ ກິດຈະກໍາເປັນກຸ່ມເພື່ອລະດົມສະໜອງເຂົ້າໃນບັນຫາສໍາຄັນ ເຊິ່ງຈະເປັນບົດຮຽນໃຫ້ກັບສໍາມະນາກອນນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງຢ່າງມີຜົນສໍາເລັດ.