ໃນວັນທີ 22/08/2025, ປະກັນສັງຄົມແຂວງຫຼວງພະບາງ ໄດ້ເຂົ້າຮ່ວມວາງສະແດງ, ໃຫ້ຂໍ້ມູນ ແລະ ແຈກຢາຍແຜ່ນໂຄສະນາສິດຜົນປະໂຫຍດປະກັນສັງຄົມໃຫ້ຜູ້ທີ່ມາຮ່ວມທ່ຽວຊົມພາຍໃນງານບຸນໂລະລາດ ຫຼື້ ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ 2025, ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫັວດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເປັນຈຳນວນຫຼາຍ.
ງານໂລະລາດ ຫລື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳທຸກປີໃນມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນ ພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ ແລະອື່ນໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ. ງານໂລະລາດ ເປັນປະເພນີໜຶ່ງ ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອານຸລັກປົກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນ ທີ່ໄດ້ສືບທອດກັນມາດົນນານ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)