ປະກັນສັງຄົມແຂວງສະຫວັນນະເຂດມອບເງິນເສຍຊີວິດ 104,165,379 ກີບ
....................
ໃນວັນທີ 21/08/2025 ຫ້ອງການປະກັນສັງຄົມແຂວງສະຫວັນນະເຂດໄດ້ມອບເງິນເສຍຊີວິດ ຈໍານວນ 104,165,379 ກີບ ໃຫ້ຄອບຄົວທ່ານ ບຸນຖັນ ແສງດາລາ ອາດີດພະນັກງານບໍານານ ອາດີດກຳມະການພັກແຂວງ ເຈົ້າເມືອງ ເມືອງອາດສະພັງທອງ, ຕາງໜ້າມອບໂດຍ ທ່ານ ນາງ ຫລິງທອງ ແສງຕະວັນ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ຄະນະພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ. (ຜູ້ເສຍຊີວິດ ມີປີປະກັນຕົນ 39ປີ, ມີເງິນເດືອນບໍານານ 2,853,846ກີບ)
