ໃນລະຫວ່າງວັນທີ 10-18 ສິງຫາ 2025 ທີມງານປະກັນສັງຄົມຂັ້ນສູນກາງ ຮ່ວມກັບ ຫ້ອງການປະກັນສັງຄົມແຂວງບໍ່ແກ້ວ ສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລົງບໍລິການຂື້ນທະບຽນເຄື່ອນທີ່ໃຫ້ພໍ່ແມ່ປະຊາຊົນບ້ານເປົ້າໝາຍພາຍໃນແຂວງບໍ່ແກ້ວ ໂດຍການສະໜັບສະໜູນງົບປະມານຂອງ ອົງການອ໋ອກສຟາມ ແລະ ດໍາເນີນກິດຈະກໍາໂດຍ ສະມາຄົມ ສົ່ງເສີມຄວາມຮູ້ ເພື່ອການພັດທະນາຊົນນະບົດ ແບບມີສ່ວນຮ່ວມ (CAMKID), ໂດຍການເປັນປະທານຂອງທ່ານ ທິບພະກອນ ມະນີຄໍາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ເມືອງຫ້ວຍຊາຍ ແລະ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ເມືອງປາກທາ, ເຂົ້າຮ່ວມມີ ບັນດາຫ້ອງການ ຮສສ ເມືອງ, ກໍາມະບານເມືອງ, ອໍານາດການປົກຄອງບ້ານ, ພະນັກງານບໍານານ, ພໍ່ແມ່ປະຊາຊົນ ແລະ ຊາວຄ້າຂາຍ. ການເຄື່ອນໄຫວຄັ້ງນີ້ ໄດ້ລົງໃຫ້ບໍລິການ 5 ບ້ານເປົ້າໝາຍ ຄື: ບ້ານນໍ້າຄໍາ ແລະ ບ້ານນໍ້າຍ່ອນເກົ່າ ເມືອງຫ້ວຍຊາຍ; ບ້ານດົງ, ບ້ານກ້ອນຕື່ນ ແລະ ບ້ານປາງສາ ເມືອງປາກທາ ມີປະຊາຊົນໃຫ້ຄວາມສົນໃຈຂື້ນທະບຽນທັງໝົດ 51 ຄົນ, ຍິງ 28 ຄົນ, ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 180, ຍິງ 105 ຄົນ.
ຈຸດປະສົງການລົງເຄື່ອນທີ່ຄັ້ງນີ້ ນອກຈາກຈະເປັນການຂື້ນທະບຽນໃຫ້ປະຊາຊົນບ້ານເປົ້າໝາຍແລ້ວ ຍັງໄດ້ມີການເຜີຍແຜ່ກົດໝາຍປະກັນສັງຄົມໃຫ້ປະຊາຊົນເຫັນໄດ້ເຖິງຄວາມສໍາຄັນວຽກງານດັ່ງກ່າວ ຕາມແນວທາງນະໂຍບາຍຂອງລັດຖະບານ, ອະທິບາຍລົງເລິກສິດຜົນປະໂຫຍດທີ່ຜູ້ປະກັນຕົນສະໝັກໃຈຈະໄດ້ຮັບ 07 ອຸດໜູນ, ແນະນໍາການຂື້ນທະບຽນ, ຮັບເງິນ, ອອກບິນຮັບເງິນ, ອອກບັດປະກັນສັງຄົມ ພ້ອມແນະນໍາວິທີການຊໍາລະຄ່າປະກັນສັງຄົມໃນຄັ້ງຕໍ່ໆໄປ ຜ່ານຫ້ອງການປະກັນສັງຄົມແຂວງ ແລະ ປ່ອງບໍລິການຂອງທະນາຄານພັດທະນາລາວ ຫຼື ຊໍາລະດ້ວຍມືຖືດ້ວຍລະບົບອອນໄລຜ່ານແອັບ LDB Trust ຂອງ ທພລ. ພ້ອມດຽວກັນນັ້ນ ຍັງເປັນການຖອດຖອນບົດຮຽນ ແລະ ກະກຽມສ້າງຄວາມພ້ອມໃຫ້ກັບທີມງານທີ່ຈະລົງວຽກງານເຄື່ອນທີ່ ຂອງ ຫ້ອງການປະກັນສັງຄົມແຂວງບໍ່ແກ້ວ ສາມາດລົງເຄື່ອນທີ່ດ້ວຍຕົນເອງຢ່າງມີປະສິດທິພາບ ຮັບປະກັນການໃຫ້ບໍລິການທີ່ສະດວກ ວ່ອງໄວ ໃນເວລາທີ່ປະຊາຊົນມາໃຊ້ບໍລິການ.
.....................
“ປັດຈຸບັນ, ກົດໝາຍວ່າດ້ວຍການປະກັນສັງຄົມ ໄດ້ຂະຫຍາຍການຄຸ້ມຄອງໄປເຖິງຜູ້ປະກອບອາຊີບອິດສະລະ ແລະ ປະຊາຊົນທົ່ວໄປ ທີ່ມີສຸຂະພາບແຂງແຮງ ອາຍຸລະຫວ່າງ 14-60ປີ ສາມາດສະໝັກໃຈນໍາປະກັນສັງຄົມໄດ້ທີ່ອົງການປະກັນສັງຄົມແຫ່ງຊາດ ບ້ານທົ່ງສ້າງນາງ ເມືອງຈັນທະບຸລີ ຫຼື ຫ້ອງການປະກັນສັງຄົມແຂວງໃນຂອບເຂດທົ່ວປະເທດ ເຊິ່ງຜູ້ປະກັນຕົນສະໝັກໃຈ ຈະໄດ້ຮັບການຄຸ້ມຄອງ 07 ອຸດໜູນ ຄື: 1) ການປະກັນສຸຂະພາບ, 2) ອອກລູກ, 3) ປ່ວຍການ, 4) ເສຍກໍາລັງແຮງງານ, 5) ບໍານານ, 6) ເສຍຊີວິດ, 7) ອຸດໜູນສະມາຊິກຄອບຄົວ. ສອບຖາມຂໍ້ມູນເພີ່ມຕືີ່ມ: 1508 ໃນໂມງລັດຖະການ”
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)