ຊົມເຊີຍ ຜົນສຳເລັດໃນການສ້າງຕັ້ງກຸ່ມວິຊາການດ້ານແຮງງານ ແລະ ຄົນພິການ ທີ່ໄດ້ຈັດຂື້ນໃນວັນທີ 15-16/3/2022 ທີ່ຜ່ານມາ ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມ ພ້ອມດ້ວຍກຸ່ມວິຊາການດ້ານ ແຮງງານ ແລະ ຄົນພິການ ຂອງອົງການຈັດຕັ້ງສັງຄົມ ໄດ້ຈັດກອງປະຊຸມປຶກສາຫາກ່ຽວກັບ ວຽກງານທາງດ້ານແຮງງານ ແລະ ຄົນພິການ ຂອງອົງການຈັດຕັ້ງສັງຄົມ ເຊີ່ງມີຜົນໄດ້ຮັບຄືມີຄວາມເປັນເອກະພາບກັນໃນພາລະບົດບາດຂອງກຸ່ມ ແລະ ແຜນງານຕ່າງໆ ໃນວັນທີ 15-16/03/2022 ທີ່ໂຮງແຮມ lao Plaza Hotel ແລະ ຜ່ານຊ່ອງທາງອອນລາຍ
ເຊີ່ງໄດ້ເຊີນທາງບັນດາພາກສ່ວນ (ລັດ) ກະຊວງທີ່ກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ລວມທັງຜູ່ໃຫ້ທຶນເພື່ອເຂົ້າຮ່ວມເຜີຍແຜ່ພາລະບົດບາດ ແລະ ແຜນປະຈຳປີ 2022-2025 ຂອງພວກເຂົາໃຫ້ກັບບັນດາອົງການຈັດຕັ້ງສັງຄົມຮັບຊາບ ແລະ ເພື່ອໃຫ້ອົງການຈັດຕັ້ງສັງຄົມສາມາດປະກອບສ່ວນເຂົ້າໃຈການຜັນຂະຫຍາຍແຜນດັ່ງກ່າວໃຫ້ມີປະສົບຜົນສຳເລັດ ແລະ ມີຜົນໄດ້ຮັບສູງສຸດ ໃນອະນາຄົດ.
ຊົມເຊີຍ ແລະ ຂອບໃຈມາຍັງພາກລັດ ແລະ ຄູ່ຮ່ວມພັດທະນາພ້ອມດ້ວຍ ສະມາຊິກຫຼັກ ແລະ ສຳຮອງຂອງກຸ່ມວິຊາການດ້ານ ແຮງງານ ແລະ ຄົນພິການ ຂອງອົງການຈັດຕັ້ງສັງຄົມ ທີ່ໃຫ້ຄວາມຮ່ວມມືເປັນຢ່າງດີ ເຮັດໃຫ້ກອງປະຊຸມມີຜົນສຳເລັດ ແລະ ມີຜົນໄດ້ຮັບທີ່ດີ ຖືກຕ້ອງຕາມເປົ້າໝາຍທີ່ໄດ້ວາງໄວ້,
ເຊີນຊວນທຸກທ່ານ ມາຮ່ວມແຮງຮ່ວມໃຈກັນ ປົກປ້ອງຜູ່ອອກແຮງງານນອກລະບົບ ແລະ ຄົນພິການ ເພື່ອບໍ່ໃຫ້ຖືກກົດຂີ່ຂູດຮີດ ໃຫ້ພວກເຂົາສາມາດເຂົ້າເຖີງນະໂຍບາຍພັກລັດ
# ກຸ່ມວີຊາການດ້ານ ແຮງງານ ແລະ ຄົນພິການ ຂອງອົງການຈັດຕັ້ງສັງຄົມ
# ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ