ໃນວັນທີ 15/03/2022 ປະກັນສັງຄົມຂັ້ນສູນກາງ ຮ່ວມກັບ ຫ້ອງການປະກັນສັງຄົມແຂວງຊຽງຂວາງ ສົມທົບກັບ ຫ້ອງການສະຫວັດດີການເມືອງ ແລະຫ້ອງການກະສິກໍາເມືອງແປກ ໄດ້ຈັດກອງປະຊຸມຊຸກຍູ້ຜູ້ປະກອບອາຊີບສ່ວນບຸກຄົນໃນຂົງເຂດການປູກຝັງ ແລະ ລ້ຽງສັດ ໃຫ້ເຂົ້າສູ່ລະບົບປະກັນສັງຄົມ ທີ່ ຫ້ອງປະຊຸມຫ້ອງວ່າການເມືອງແປກ ແຂວງຊຽງຂວາງ, ໂດຍການເປັນປະທານຮ່ວມຂອງທ່ານ ເດັດສະໝອນ ແກ້ວວົງສັກ ຮອງເຈົ້າເມືອງ ເມືອງແປກ ແລະ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ່້າອົງການປະກັນສັງຄົມແຫ່ງຊາດ, ມີຜູ້ຕາງໜ້າຂອງຫ້ອງການກະສິກຳເມືອງ, ຄະນະບ້ານ 11 ບ້ານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 11 ທ່ານ.