ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນຂອບເຂດທົ່ວປະເທດ, ຄຽງຄູ່ໄປກັບການພັດທະນາສ້າງຄວາມເຂັ້ມແຂງທາງດ້ານນິຕິກໍາ, ບຸກຄະລາກອນ ແລະ ເຄື່ອງມືຕໍ່ຜູ້ລະເມີດກົດໝາຍປະກັນສັງຄົມ, ໃນຕອນເຊົ້າຂອງວັນທີ 07/03/2022 ທີ່ ໂຮງແຮມສຸວັນທາ ແຂວງບໍລິຄໍາໄຊ ໄດ້ມີກອງປະຊຸມການເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍວຽກງານກວດການປະກັນສັງຄົມ ໂດຍການເປັນປະທານຂອງທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມມີບັນດາຫົວໜ້າ-ຮອງຫົວໜ້າ ພະແນກ ຮສສ ແຂວງ, ພະແນກການຂອງ ອປຊ ຂັ້ນສູນກາງ, ຫ້ອງການປະກັນສັງຄົມແຂວງ, ຂະແໜງ, ແລະ ວິຊາການຫຼັກແຫຼ່ງເຂົ້າຮ່ວມທັງໝົດ 40 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍ່ເພື່ອເຜີຍແຜ່ຂໍ້ຕົກລົງວ່າດ້ວຍການກວດກາວຽກງານປະກັນສັງຄົມ ແລະ ແລກປ່ຽນທັດສະນະຄວາມເຂົ້າໃຈຕໍ່ວຽກງານກວດກາປະກັນສັງຄົມ, ກະກຽມຄວາມພ້ອມໃຫ້ແກ່ການຄັດເລືອກ ແລະ ແຕ່ງຕັ້ງເຈົ້າໜ້າທີ່ກວດກາປະກັນສັງຄົມ ພ້ອມທັງ ຈະໄດ້ເອກະພາບບາງບັນຫາທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ຈະໄດ້ນໍາສະເໜີການດຳເນີນເອກະສານຮ້ອງຂໍ ແລະ ຈ່າຍເງິນອຸດໜູນປະກັນສັງຄົມຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃຫ້ກັບຜູ້ປະກັນຕົນໃນໄລຍະຜ່ານມາ ພ້ອມທິດທາງການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມເອກະພາບໃນຂອບເຂດທົ່ວປະເທດ.

ກອງປະຊຸມເຜີຍແຜ່ ຂໍ້ຕົກລົງວ່າດ້ວຍ ການກວດກາວຽກງານປະກັນສັງຄົມ ໄດ້ດໍາເນີນມາເປັນເວລາ 1 ວັນ, ຊຶ່ງໄດ້ຮັບການຕີລາຄາສູງຈາກປະທານກອງປະຊຸມ ໃນການປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເຫັນຢ່າງກົງໄປກົງມາ ດ້ວຍຄວາມເປັນເຈົ້າ ແລະ ມີເນື້ອໃນເລິກເຊິງ ເພື່ອໃຫ້ວຽກງາານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ແຜນຄາດໝາຍທີ່ໄດ້ກໍານົດໄວ້.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)