ໃນຕອນເຊົ້າຂອງວັນທີ 02/03/2022 ທີ່ ແຂວງຫລວງພະບາງ ໄດ້ມີພິທີມອບ-ຮັບຕຶກຫ້ອງການປະກັນສັງຄົມຫຼັງໃໝ່ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານແລະສະຫວັດດີການສັງຄົມ ແລະ ທ່ານ ສຸລິສັກ ພົມມາລີ ຫົວໜ້າ ພະແນກແຮງງານແລະສະຫວັດດີການສັງຄົມແຂວງ, ມີຜູ້ຕາງໜ້າຈາກຫ້ອງການກະຊວງ ຮສສ, ບັນດາຫ້ອງການພາຍໃນແຂວງ, ພະແນກການ, ພະນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນຢ່າງພ້ອມພຽງ. ໃນພິທີໄດ້ມີການລົງນາມເຊັນມອບໂດຍ ທ່ານ ວຽງສະຫວັດ ດວງມະນີ ປະທານບໍລິສັດ ໂຊກຈະເລີນ ກໍ່ສ້າງ ຈໍາກັດຜູ້ດຽວ ແລະເຊັນຮັບໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ.