ເພື່ອເປັນການສ້າງຄວາມເຂັ້ມແຂງ ວຽກງານໂຄສະນາ-ປະຊາສໍາພັນໃຫ້ພະນັກງານ ຂອງອົງການປະກັນສັງຄົມແຫ່ງຊາດ ກາຍເປັນວິທະຍາກອນທີ່ມີຄຸນນະພາບ ໃນການສະໜອງຂໍ້ມູນປະກັນສັງຄົມໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເຂົ້າໃຈງ່າຍ ຕໍ່ກຸ່ມເປົ້າໝາຍແຕ່ລະປະເພດ ທັງນີ້ກໍ່ເພື່ອຮັບປະກັນ ໃນການຂະຫຍາຍອັດຕາການປົກຄຸມວຽກງານປະກັນສັງຄົມ ກໍ່ຄືການບັນລຸຕົວເລກຄາດໝາຍສູ້ຊົນໃນແຕ່ລະໄລຍະ, ໃນລະຫວ່າງວັນທີ 22-23 ກຸມພາ 2022 ທີ່ ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດຊຸດຝຶກວຽກງານໂຄສະນາຂອງຕົນຂື້ນ ຮ່ວມກັບ ສູນຝຶກທັກສະການເວົ້າຕໍ່ໜ້າມວນຊົນ ການໂຄສະນາສື່ສານ ແລະ ພາວະຜູ້ນໍາ ຜ່ານການສະໜັບສະໜູນຂອງອົງການແຮງງານສາກົນ ສ.ເກົາຫຼີ (ILO/Korea), ໃຫ້ກຽດເປັນປະທານກ່າວເປີດຊຸດຝຶກອົບຮົມໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີວິທະຍາກອນບັນຍາຍໂດຍ ອາຈານ ທອງດີ ພົມມະວົງສາ ຜູ້ອໍານວຍການສູນຝຶກທັກສະການເວົ້າຕໍ່ໜ້າມວນຊົນ ການໂຄສະນາສື່ສານ ແລະ ພາວະຜູ້ນໍາ, ມີນັກສໍາມະນາກອນປະກັນສັງຄົມຂັ້ນສູນກາງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ໃນການຝຶກອົບຮົມ ໄດ້ມີການລົງເລິກໃນຫຼາຍຫົວຂໍ້ສໍາຄັນ ເຊັ່ນ: ການໂຄສະນາເພື່ອປ່ຽນແປງພຶດຕິກໍາ, ການຕັ້ງເປົ້າໝາຍ, ການຕັ້ງຈຸດປະສົງ, ກໍານົດກຸ່ມເປົ້າໝາຍ, ເຂົ້າໃຈກຸ່ມເປົ້າໝາຍ, ການອອກແບບຂໍ້ຄວາມໂຄສະນາ, ຊ່ອງທາງການໂຄສະນາ, ການອອກແບບຂໍ້ຄວາມແບບ IEC (Information Education and communication) ແລະ BCC (Behavior change Communication), ການອອກແບບບົດສະເໜີໃຫ້ໜ້າສົນໃຈ, ຊ່ອງທາງການໂຄສະນາປະຊາສໍາພັນ, ວິທີການໂຄສະນາສື່ສານທີ່ໄດ້ຄຸນນະພາບ ແລະອື່ນໆ. ນອກນັ້ນ ຊຸດຝຶກອົບຮົມຍັງໄດ້ມີການຈັດກຸ່ມສົນທະນາແລກປ່ຽນ ແລະ ກິດຈະກໍາຖາມຕອບ ເພື່ອເປັນການທົບທວນຄວາມເຂົ້າໃຈ ຂອງບັນດານັກສໍາມະນາກອນ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)