ໃນວັນທີ 08 ສິງຫາ 2020 ທີ່ວັດດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ຫ້ອງການປະກັນສັງຄົມ ນະຄອນຫຼວງວຽງຈັນ ສົມທົບກັບ ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ອໍານາດການປົກຄອງບ້ານດົງໝ້ຽງ ໄດ້ຈັດໃຫ້ມີການເຜີຍແຜ່ວຽກງານປະກັນສັງຄົມ ໃຫ້ແກ່ປະຊາຊົນພາຍໃນບ້ານດັ່ງກ່າວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວມະນີວັນ ແສງດາລາ ເລຂາພັກບ້ານ ນາຍບ້ານດົງໝ້ຽງ, ທ່ານ ສົມຫວັງ ອິນທະວົງ ຫົວໜ້າຫ້ອງການປະກັນສັງຄົມ ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກອົງການປະກັນສັງຄົມແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມມີພຣະອາຈານ, ປະຊາຊົນ ແລະ ພະນັກງານບຳນານພາຍໃນບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການເຜີຍແຜ່ ກໍ່ເພື່ອສ້າງຄວາມຮັບຮູ້ວຽກງານປະກັນສັງຄົມໃຫ້ແກ່ປະຊາຊົນພາຍໃນບ້ານດັ່ງກ່າວ ສາມາດເຂົ້າເຖິງການຄຸ້ມຄອງຂັ້ນພື້ນຖານໃນລະບົບປະກັນສັງຄົມແບບສະໝັກໃຈ ເຊັ່ນ: ການປິ່ນປົວສຸຂະພາບພ້ອມດ້ວຍຄອບຄົວ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ ເປັນຕົ້ນ. ນອກນັ້ນການເຜີຍແຜ່ ຍັງໄດ້ມີການແລກປ່ຽນຖາມ-ຕອບ ຊື່ງເຮັດໃຫ້ຜູ້ເຂົ້າຮ່ວມເຫັນຄວາມສໍາຄັນຕໍ່ວຽກງານດັ່ງກ່າວຍິ່ງຂື້ນ.

ພາບ-ຂ່າວ: ພະແນກໂຄສະນາ-ປະຊາສຳພັນ

Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)