



ເພື່ອຮັບປະກັນໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ໄດ້ຮັບອະນຸຍາດການດໍາເນີນທຸລະກິດຈາກບັນດາກະຊວງ ໄດ້ມີການຂື້ນທະບຽນປະກັນສັງຄົມຢ່າງທົ່ວເຖິງ ໂດຍການເຊື່ອມສານວຽກງານປະກັນສັງຄົມ ເຂົ້າສູ່ວຽກງານຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ຢ່າງເປັນຮູບປະທໍາ. ໃນວັນທີ 26/02/2026 ທີ່ ໂຮງແຮມຄລາວພລາຊາ, ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ອົງການແຮງງານສາກົນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບເນື້ອໃນບົດລາຍງານຂັ້ນຕອນການອອກໃບດຳເນີນທຸລະກິດ ແລະ ການປະມູນຂອງລັດ, ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ນາງ Nathalie Both ຜູ້ບໍລິຫານໂຄງການ ຂອງ ອົງການແຮງງານສາກົນ ລຸກຊໍາບວກ, ມີບັນດາຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງແຮງງານແລະສະຫວັດດີການສັງຄົມ, ກະຊວງສາທະລະນະສຸກ, ກະຊວງກະສິກໍາແລະປ່າໄມ້, ກະຊວງອຸດສາຫະກໍາແລະການຄ້າ, ກະຊວງຖະແຫຼງຂ່າວ ວັດຖະນາທໍາ ແລະ ທ່ອງທ່ຽວ, ເຈົ້າໜ້າທີ່ກວດກາປະກັນສັງຄົມ ແລະ ອົງການ ILO ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 24 ທ່ານ.
ຈຸດປະສົງ ກໍ່ເພື່ອສຶກສາຄວາມເປັນໄປໄດ້ໃນການເຊື່ອມສານວຽກງານປະກັນສັງຄົມເຂົ້າສູ່ວຽກງານຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໃນການກຳນົດຂັ້ນຕອນການອອກໃບອະນຸຍາດ ແລະ ການປະມູນຂອງລັດ ເພື່ອຊຸກຍູ້ໃຫ້ບັນດາຫົວໜ່ວຍວິສາຫະກິດໄດ້ປະຕິບັດພັນທະປະກັນສັງຄົມໄປຄຽງຄູ່ກັນ, ການວິເຄາະກອບຂອງກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ຕໍ່ກັບບັນດາສິ່ງທ້າທາຍທີ່ເປັນຊ່ອງຫວ່າງຕໍ່ການປະຕິບັດພັນທະປະກັນສັງຄົມ, ພັດທະນາບັນດາຂໍ້ແນະນຳ ທີ່ສາມາດນໍາໄປປະຕິບັດໄດ້ ເພື່ອເສີມສ້າງການເຊື່ອມໂຍງເຂົ້າໃນຂະບວນການອອກໃບອະນຸຍາດ ແລະ ການປະມູນຂອງລັດ ທັງນີ້ກໍເພື່ອຮັບປະກັນໃນການຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ແລະ ການສົ່ງເສີມການຈ້າງງານເຂົ້າສູ່ລະບົບ ເພື່ອເຮັດໃຫ້ຜູ້ອອກແຮງງານໄດ້ຮັບການຄຸ້ມຄອງທາງດ້ານສະຫວັດດີການພາຍໃຕ້ກົດໝາຍ.
ກອງປະຊຸມ ໄດ້ມີການນໍາສະເໜີຜົນຂອງການສຶກສາການສ້າງຄວາມເຂັ້ມແຂງການປະຕິບັດພັນທະປະກັນສັງຄົມ ແລະ ບົດຮຽນຈາກສາກົນ, ພ້ອມທັງມີການສົນທະນາ ແລະ ຕາງໜ້າກຸ່ມຂື້ນນໍາສະເໜີ ເຊິ່ງມີຫຼາຍບັນຫາທີ່ໜ້າສົນໃຈໂດຍສະເພາະແມ່ນຂອດການອອກໃບອະນຸຍາດດໍາເນີນທຸລະກິດ ທີ່ຕິດພັນກັບບັນດາກະຊວງ ກ່ຽວກັບຄວາມເປັນໄປໄດ້ໃນການກໍານົດເງື່ອນໄຂປະກັນສັງຄົມເຂົ້າໃນໃບອະນຸຍາດຂອງແຕ່ລະພາກສ່ວນ, ຖືເອົາການຈົດທະບຽນປະກັນສັງຄົມ ເປັນມາດຖານເງື່ອນໄຂໜື່ງຂອງບັນດາຫົວໜ່ວຍທຸລະກິດໃນການຈັດຊື້-ຈັດຈ້າງ, ການອອກໃບຍ້ອງຍໍ ແລະ ນະໂຍບາຍຕ່າງໆ ເພື່ອສ້າງແຮງຈູງໃຈແກ່ພາກຫົວໜ່ວຍທຸລະກິດເຂົ້າມາລົງທຶນ ແລະ ປະຕິບັດພັນທະປະກັນສັງຄົມ.
ປະທານໄດ້ຕິລາຄາສູງຕໍ່ບັນດາຄໍາຄິດຄໍາເຫັນຂອງຜູ້ຕາງໜ້າຈາກບັນດາກະຊວງ ເຊິ່ງຈະເປັນບ່ອນອີງສໍາຄັນໃຫ້ປະກັນສັງຄົມນໍາໄປພິຈາລະນາ, ຄົ້ນຄ້ວາ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເປັນຮູບປະທໍາ, ເຊິ່ງໄລຍະທີ່ຜ່ານມາ ການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ການຈັດຊື້-ຈັດຈ້າງ ຍັງບໍ່ໄດ້ມີການເຊື່ອມສານ ແລະ ລະບຸເງື່ອນໄຂປະກັນສັງຄົມຢ່າງຊັດເຈນ ເຊິ່ງກາຍເປັນຊ່ອງວ່າງບໍ່ສາມາດເອື້ອຍອຳນວຍໃນການປະຕິບັດພັນທະປະກັນສັງຄົມໄດ້ດີເທົ່າທີ່ຄວນ, ພ້ອມດຽວກັນນັ້ນ ຍັງຈະໄດ້ສືບຕໍ່ຮ່ວມມືກັບບັນດາກະຊວງໃນການສັງລວມເກັບກໍາຂໍ້ມູນສະຖິຕິຂອງວິສາຫະກິດທີ່ໄດ້ຮັບການອະນຸຍາດດໍາເນີນທຸລະກິດ ເພື່ອສົມທຽບຂໍ້ມູນການຂື້ນທະບຽນປະກັນສັງຄົມຕົວຈິງ ແລະ ຮຽກຮ້ອງໃຫ້ແຕ່ລະພາກສ່ວນ ຊ່ວຍຊຸກຍູ້ພັກດັນໃຫ້ບັນດາຫົວໜ່ວຍທຸລະກິດມາຂື້ນທະບຽນປະກັນສັງຄົມຄຽງຄູ່ກັບການປະຕິບັດມາດຕະການພາຍໃຕ້ກົດໝາຍ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ.
