ໃນລະຫວ່າງວັນທີ 11-21/08/2025 ຫ້ອງການປະກັນສັງຄົມແຂວງຫົວພັນ ໄດ້ລົງເຜີຍແຜ່ກົດຫມາຍວ່າດ້ວຍການປະກັນສັງຄົມສະບັບເລກທີ 54/ສພຊ ໃຫ້ບັນດາການນໍາເມືອງ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງເທດສະບານເມືອງ ໃນ 8 ເມືອງ ຮ່ວມກັບ ພະແນກ ຮສສ ແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນາທໍາສັງຄົມ ແລະ ເຂົ້າຮ່ວມການເຜີຍແຜ່ມີ ທ່ານ ວົງໄຊ ຍະສິງທອນ ຫົວຫນ້າພະແນກ ຮສສ ແຂວງ ແລະ ທ່ານ ແຫຼມທອງ ພົມມີໄຊ ຫົວໜ້າຫ້ອງການປະກັນສັງຄົມແຂວງຫົວພັນ ພ້ອມດ້ວຍຄະນະ, ມີຜູ້ເຂົ້າຮ່ວມທັງໝົດ 880 ທ່ານ, ຍິງ 298 ທ່ານ.
ບັນດາຜູ້ເຂົ້າຮ່ວມ:
- ເມືອງແອດ: 40 ທ່ານ, ຍິງ 5 ທ່ານ;
- ເມືອງຊຽງຄໍ້: 123 ທ່ານ, ຍິງ 37 ທ່ານ;
- ເມືອງສົບເບົາ: 62 ທ່ານ, ຍິງ 16 ທ່ານ;
- ເມືອງກັວນ: 170 ທ່ານ, ຍິງ 42 ທ່ານ;
- ເມືອງຊໍາໃຕ້: 76 ທ່ານ, ຍິງ 10 ທ່ານ;
- ເມືອງຫົວເມືອງ: 107 ທ່ານ, ຍິງ 36 ທ່ານ;
- ເມືອງຮ້ຽມ: 97 ທ່ານ, ຍິງ 34 ທ່ານ;
- ເມືອງຊ່ອນ: 82 ທ່ານ, ຍິງ 21 ທ່ານ.
Array
(
    [type] => 8
    [message] => Undefined index: id
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)