- ຖອກເງິນສົມທົບເຂົ້າກອງທຶນແຕ່ 12 ເດືອນຂຶ້ນໄປໃນໄລຍະ 24 ເດືອນສຸດທ້າຍ;
- ການລົ້ມລະລາຍຂອງຫົວໜ່ວຍແຮງງານ, ຢຸດກິດຈະການ ຫຼື ສິ້ນສຸດໂຄງການຊ່ວຍເຫຼືອເພື່ອການພັດທະນາ (ໂຄງການຊ່ວຍເຫຼືອລ້າ);
- ວ່າງງານຍ້ອນຢຸດກິດຈະການຊົ່ວຄາວ ຈາກຜົນກະທົບທາງໄພພິບັດ;
- ຫົວໜ່ວຍແຮງງານຕ້ອງການຫຼຸດຈຳນວນແຮງງານ ຫຼື ການລະດົມອອກຈາກວຽກ ເນື່ອງຈາກວິກິດທາງດ້ານການເງິນ ໂດຍມີການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ;
- ມີເອກະສານຢັ້ງຢືນການອອກຈາກຫົວໜ່ວຍແຮງງານ ທີ່ກ່ຽວຂ້ອງຢ່າງຖືກຕ້ອງ;
- ໄດ້ຮັບການຢັ້ງຢືນວ່າງງານແຕ່ 30 ວັນຂຶ້ນໄປ.
- ສຸຂະພາບແຂງແຮງ ແລະ ສາມາດກັບເຂົ້າສູ່ຕະຫຼາດແຮງງານໄດ້;
- ຖ້າແມ່ນຜູ້ຮັບອຸດໜູນວ່າງງານມາກ່ອນຕ້ອງໄດ້ສະສົມເງິນສົມທົບ 12 ເດືອນຂຶ້ນໄປ.
ຜູ້ປະກັນຕົນ ທີ່ອອກຈາກວຽກ ຕ້ອງຂຶ້ນທະບຽນວ່າງງານ ພາຍໃນ 30 ວັນ ນັບຈາກມື້ອອກຈາກ ວຽກເປັນຕົ້ນໄປ ຈຶ່ງຈະສາມາດຂໍຮັບການອຸດຫນູນວ່າງງານໄດ້ຕາມເງື່ອນໄຂ, ພາຍຫຼັງການຂຶ້ນທະບຽນແລ້ວ ຕ້ອງຄົບ ສາມສິບວັນຂຶ້ນໄປ ຈຶ່ງຈະໄດ້ຮັບໃບຢັ້ງຢືນວ່າງງານ ຈາກພາກສ່ວນທີ່ກ່ຽວຂ້ອງ;
ສໍາລັບຜູ້ປະກັນຕົນທີ່ໄດ້ຮັບການອຸດຫນູນວ່າງງານຄັ້ງທີຜ່ານມາແລ້ວ ແຕ່ພາຍໃນ ສາມສິບວັນຕໍ່ມາຍັງບໍ່ ສາມາດຊອກວຽກໄດ້ ການຂໍອຸດຫນູນວ່າງງານຄັ້ງຕໍ່ໄປ ຕ້ອງໄດ້ຮັບການຢັ້ງຢືນການວ່າງງານຢ່າງຕໍ່ເນືອງເປັນ ແຕ່ລະເດືອນ ຈາກພາກສ່ວນກ່ຽວຂ້ອງ ແລະ ຕ້ອງຢືນເອກະສານບໍ່ໃຫ້ກາຍ 45 ວັນ ໂດຍນັບຈາກການຮັບ ອຸດຫນູນວ່າງງານຄັ້ງທີ່ຜ່ານມາ ຫາກກາຍກໍານົດດັ່ງກ່າວຖືວ່າເປັນການສິ້ນສຸດການຮັບອຸດຫນູນວ່າງງານ. ເງື່ອນໄຂ ທີ່ບໍ່ໄດ້ຮັບການອຸດຫນູນວ່າງງານ ມີດັ່ງນີ້:
1) ເຮັດວຽກຕາມລະດູການ ຫຼື ຕາມຜະລິດຕະພັນ;
2) ລະເມີດສັນຍາແຮງງານ ຫຼື ກົດລະບຽບພາຍໃນຂອງຫົວຫນ່ວຍແຮງງານ;
3) ສະຫມັກໃຈລາອອກດ້ວຍເຫດຜົນຕ່າງໆ;
4) ຜູ້ປະກັນຕົນທີ່ຢູ່ໃນໄລຍະຮັບການອຸດຫນູນປະກັນສັງຄົມ ແລະ ຜູ້ຄົບເງື່ອນໄຂຮັບອຸດຫນູນບໍານານ;
5) ໄລຍະພັກແລ້ງຂອງຄູ ໃນໂຮງຮຽນຂອງເອກະຊົນ;
6) ສິ້ນສຸດສັນຍາແຮງງານ ລະຫວ່າງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ.
-
ເອກະສານປະກອບໃນການຂໍອຸດຫນູນວ່າງງານ:
1) ເອກະສານຢັ້ງຢືນ ການອອກວຽກຈາກຫົວຫນ່ວຍແຮງງານ ທີ່ກ່ຽວຂ້ອງຢ່າງຖືກຕ້ອງ;
2) ສັນຍາແຮງງານ;
3) ໃບແຈ້ງປົດປ່ອຍລວມ ໂດຍມີລາຍເຊັນຢັ້ງຢືນຂອງຜູ້ໃຊ້ແຮງງານ (ສະບັບສໍາເນົາ); ຖ້າປົດປ່ອຍອອກໃນເງື່ອນໄຂການລະດົມໃຫ້ອອກ ຕ້ອງມີຂໍ້ຕົກລົງ ຫຼື ມະຕິຕົກລົງ ຫຼື ແຈ້ງການ ຫຼື ບົດ ລາຍງານ ຂອງຜູ້ໃຊ້ແຮງງານ ຫຼື ເອກະສານຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງທີ່ຫົວຫນ່ວຍແຮງງານຂຶ້ນກັບ ປະກອບເພີ່ມເຕີມ;
4) ໃບປົດປ່ອຍສະເພາະບຸກຄົນ ໂດຍມີລາຍເຊັນຢັ້ງຢືນຂອງຜູ້ໃຊ້ແຮງງານ (ສະບັບຕົ້ນ); 5) ເອກະສານອື່ນໆ ທີ່ລະບຸຢູ່ໃນແບບຟອມການຮ້ອງຂໍອຸດຫນູນວ່າງງານ.
-
ຜົນປະໂຫຍດ ຫຼື ການອຸດໜູນ ທີ່ຈະໄດ້ຮັບ:
ຜູ້ປະກັນຕົນ ທີ່ຄົບເງື່ອນໄຂຈະໄດ້ຮັບເງິນອຸດໜູນວ່າງງານ ເທົ່າກັບ 60% ຂອງເງິນເດືອນປະກັນ ຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍຂອງຜູ້ກ່ຽວ ແລະ ເບີກຈ່າຍເປັນລາຍເດືອນດັ່ງນີ້:
- ຖອກເງິນສົມທົບແຕ່ 12 ຫາ 36 ເດືອນຈະໄດ້ຮັບເງິນອຸດໜູນບໍ່ເກີນ 3 ເດືອນ.
- ຖອກເງິນສົມທົບແຕ່ 37 ຫາ 72 ເດືອນຈະໄດ້ຮັບເງິນອຸດໜູນບໍ່ເກີນ 6 ເດືອນ.
- ຖອກເງິນສົມທົບແຕ່ 73 ຫາ 144 ເດືອນຈະໄດ້ຮັບເງິນອຸດໜູນບໍ່ເກີນ 9 ເດືອນ.
- ຖອກເງິນສົມທົບນັບແຕ່ 145 ເດືອນຂຶ້ນໄປຈະໄດ້ຮັບເງິນອຸດໜູນບໍ່ເກີນ 12 ເດືອນ.
-
ການສິ້ນສຸດເງິນອຸດໜູນວ່າງງານ
- ໝົດກຳນົດການຮັບເງິນອຸດໜູນ;
- ປະຕິເສດການຮັບວຽກໃໝ່ ໂດຍບໍ່ມີເຫດຜົນ;
- ມີວຽກເຮັດງານທຳໃໝ່;
- ເສຍຊີວິດ.