1 . ເກີດອຸປະຕິເຫດແຮງງານ ຫຼື ເປັນພະຍາດອາຊີບ
1.1. ຖອກເງິນສົມທົບເຂົ້າກອງທຶນ 1 ເດືອນຂຶ້ນໄປ;
1.2. ເກີດອຸປະຕິເຫດແຮງງານຢູ່:
- ຕາມສະຖານທີ່ເຮັດວຽກ ຫຼື ໄລຍະການເຄື່ອນໄຫວວຽກງານທາງລັດຖະການ;
- ຕາມໄລຍະທາງໄປ-ກັບ ລະຫວ່າງທີ່ພັກເຊົາຫາບ່ອນເຮັດວຽກ.
1.3. ເປັນພະຍາດອາຊີບ ທີ່ເກີດຈາກວຽກງານວິຊາສະເພາະທີ່ຕົນເຮັດ.
- ການປິ່ນປົວດ້ວຍບັດປະກັນສັງຄົມ;
- ເງິນອຸດໜູນເສຍກຳລັງແຮງງານຊົ່ວຄາວເທົ່າກັບ 80% ຂອງເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍ, ເບີກຈ່າຍເປັນລາຍເດືອນ ແລະ ສູງສຸດບໍ່ເກີນ 6 ເດືອນ. ຫຼັງຈາກນັ້ນ, ຖ້າຍັງບໍ່ສາມາດຕີລາຄາເປັນ ການເສຍກໍາລັງແຮງງານ ຕ້ອງໄດ້ໄປກວດສຸຂະພາບຄືນໃໝ່ ໂດຍມີການຢັ້ງຢືນດ້ານການແພດ ເພື່ອຮັບເງິນອຸດໜູນເສຍກຳລັງແຮງງານຊົ່ວຄາວເທົ່າກັບ 70% ຂອງເງິນເດືອນປະກັນຕົນສະເລ່ຍ 6 ເດືອນສຸດທ້າຍ, ໃນໄລຍະບໍ່ເກີນ 6 ເດືອນເປັນໄລຍະສຸດທ້າຍ.
- ເງິນອຸດໜູນເສຍກໍາລັງແຮງງານ;
- ເງິນອຸດໜູນຜູ້ດູແລ, ຖ້າເສຍກໍາລັງແຮງງານປະເພດ 1;
- ເງິນອຸດໜູນເສຍຊີວິດ, ຖ້າເສຍຊີວິດ;
- ເງິນອຸດໜູນສະມາຊິກຄອບຄົວ.
2 . ປະສົບອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປ
2.1. ຖອກເງິນສົມທົບເຂົ້າກອງທຶນ 12 ເດືອນຂຶ້ນໄປໃນໄລຍະ 24 ເດືອນສຸດທ້າຍ;
2.2. ເກີດອຸປະຕິເຫດອື່ນໆ (ລວມທັງການສັນຈອນສຳລັບຜູ້ປະກັນຕົນ);
2.3. ເປັນພະຍາດທົ່ວໄປ.
- ປິ່ນປົວບາດເຈັບດ້ວຍບັດປະກັນສັງຄົມ;
- ເງິນອຸດໜູນເສຍກຳລັງແຮງງານຊົ່ວຄາວເທົ່າກັບ 70% ຂອງເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍ, ເບີກຈ່າຍເປັນລາຍເດືອນ ແລະ ສູງສຸດບໍ່ເກີນ 6 ເດືອນ. ຫຼັງຈາກນັ້ນ, ຖ້າຍັງບໍ່ສາມາດຕີລາຄາເປັນ ການເສຍກໍາລັງແຮງງານ ຕ້ອງໄດ້ໄປກວດສຸຂະພາບຄືນໃໝ່ ໂດຍມີການຢັ້ງຢືນດ້ານການແພດ ເພື່ອຮັບເງິນອຸດໜູນເສຍກຳລັງແຮງງານຊົ່ວຄາວເທົ່າກັບ 60% ຂອງເງິນເດືອນປະກັນຕົນສະເລ່ຍ 6 ເດືອນສຸດທ້າຍ, ໃນໄລຍະບໍ່ເກີນ 6 ເດືອນເປັນໄລຍະສຸດທ້າຍ.
- ເງິນອຸດໜູນເສຍກໍາລັງແຮງງານ;
- ເງິນອຸດໜູນຜູ້ດູແລ, ຖ້າເສຍອົງຄະປະເພດ 1;
- ເງິນອຸດໜູນເສຍຊີວິດ, ຖ້າເສຍຊີວິດ;
- ເງິນອຸດໜູນສະມາຊິກຄອບຄົວ.
3 . ການຈັດປະເພດ ແລະ ລະດັບການເສຍກໍາລັງແຮງງານ
|
ປະເພດ |
ລະດັບການເສຍກໍາລັງແຮງງານ (%) |
ລະດັບເງິນອຸດໜູນ (%) |
ປະເພດເງິນອຸດໜູນ |
|
1 |
81 - 100 |
80 |
ລາຍເດືອນ |
|
2 |
71 - 80 |
70 |
ລາຍເດືອນ |
|
3 |
61 - 70 |
60 |
ລາຍເດືອນ |
|
4 |
51 - 60 |
50 |
ລາຍເດືອນ |
|
5 |
41 - 50 |
40 |
ລາຍເດືອນ |
|
6 |
15 - 40 |
ຕາມເປີເຊັນເສຍກໍາລັງແຮງງານ |
ອຸດໜູນເທື່ອດຽວ |
ຜູ້ປະກັນຕົນ ທີ່ເສຍກຳລັງແຮງງານ ຫຼື ເສຍອົງຄະ ຍ້ອນເກີດອຸປະຕິເຫດແຮງງານ, ເປັນພະຍາດອາຊີບ, ເກີດອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປຕ້ອງໄດ້ມີໃບຢັ້ງຢືນດ້ານການແພດກ່ຽວກັບການຕີລາຄາສ່ວນຮ້ອຍຂອງການເສຍກຳລັງແຮງງານ ຫຼື ເສຍອົງຄະຈາກພາກສ່ວນກ່ຽວຂ້ອງ ເພື່ອມາຍື່ນຂໍຮັບການອຸດໜູນດັ່ງກ່າວ.
4 . ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານ
4.1. ຍ້ອນປະສົບອຸປະຕິເຫດແຮງງານ ຫຼື ເປັນພະຍາດອາຊີບ
- ເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວ ເທົ່າກັບ ລະດັບການເສຍອົງຄະ ຄູນກັບ ເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍ ຄູນກັບ 12 ເດືອນ.
- ເງິນອຸດໜູນເສຍກໍາລັງແຮງງານລາຍເດືອນ ເທົ່າກັບ ລະດັບການເສຍອົງຄະ ຄູນກັບ ເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍ. ໃນກໍລະນີຜູ້ເສຍອົງຄະໄດ້ປະຕິບັດໜ້າທີ່ປະຈຳການ ຈະໄດ້ຮັບ 50% ຂອງເງິນເສຍອົງຄະຕົນເອງຕໍ່ໄປ. ຖ້າພັກຮັບເງິນບຳນານ ຈະໄດ້ຮັບເງິນອຸດໜູນ 25% ຂອງເງິນເສຍອົງຄະຕົນເອງຕໍ່ໄປ.
4.2. ຍ້ອນປະສົບອຸປະຕິເຫດອື່ນ ຫຼື ເປັນພະຍາດທົ່ວໄປ
- ເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວ ເທົ່າກັບ ລະດັບການເສຍອົງຄະ ຄູນກັບ ເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍ ຄູນກັບ 10 ເດືອນ.
- ເງິນອຸດໜູນເສຍກໍາລັງແຮງງານລາຍເດືອນ ເທົ່າກັບ ລະດັບການເສຍອົງຄະ ຄູນກັບÂ 80% ຂອງເງິນເດືອນປະກັນຕົນສະເລ່ຍໃນໄລຍະ 6 ເດືອນສຸດທ້າຍ. ໃນກໍລະນີຜູ້ເສຍອົງຄະໄດ້ປະຕິບັດໜ້າທີ່ປະຈຳການ, ຜູ້ກ່ຽວຍັງໄດ້ຮັບເງິນອຸດໜູນ 50% ແລະ ຖ້າພັກຮັບເງິນບຳນານຈະໄດ້ຮັບ 25% ຂອງເງິນເສຍອົງຄະຕົນເອງຕໍ່ໄປ.
ຜູ້ເສຍອົງຄະຈົນໄດ້ຮັບຜົນກະທົບຕໍ່ການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດຈະໄດ້ຮັບອຸປະກອນ ຫຼື ອົງຄະທຽມ ຕາມລະບຽບການ.
ຜູ້ເສຍອົງຄະປະເພດ 1 ຈະໄດ້ຮັບເງິນອຸດໜູນຜູ້ດູແລ ເອີງຕາມຊັ້ນຂັ້ນເງິນເດືອນຂັ້ນຕໍາ ສໍາລັບພະນັກງານລັດຖະກອນ, ຖ້າເປັນຜູ້ອອກແຮງງານວິສາຫະກິດ ເທົ່າກັບ ເພດານເງິນເດືອນຂັ້ນຕໍາທີ່ລັດຖະບານກໍານົດແຕ່ລະໄລຍະ ໃຫ້ຜູ້ມາດູແລ ແລະ ເບີກຈ່າຍເປັນລາຍເດືອນຕະຫຼອດຊີວິດຂອງຜູ້ເສຍອົງຄະ.
ເອກະສານ ທີ່ຕ້ອງໄດ້ປະກອບ
ຜູ້ປະເມີນ ແລະ ຢັ້ງຢືນລະດັບການເສຍກຳລັງແຮງງານຕ້ອງເປັນໜ່ວຍງານແພດ ທີ່ກະຊວງສາທາລະນະສຸກອະນຸມັດແຕ່ງຕັ້ງ.