ວັນທີ 6 ຕຸລາ 2026 ໄດ້ຈັດກອງປະຊຸມ ເພື່ອຫາລື, ແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ ໂດຍຈັດຂຶ້ນທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນ, ມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ດຣ. ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
 
ກອງປະຊຸມໄດ້ນໍາສະເໜີ ກ່ຽວກັບຊຸດຜົນປະໂຫຍດ ແລະ ເນື້ອໃນສັນຍາ ການປະກັນສັງຄົມ, ຂໍ້ມູນການໃຫ້ບໍລິການຂອງໂຮງໝໍແຂວງ ລວມເຖິງການນໍາສະເໜີບັນຫາທີ່ໄດ້ຮັບການຮ້ອງຮຽນ ພ້ອມນີ້, ກອງປະຊຸມຍັງເປີດໂອກາດໃຫ້ມີການປຶກສາຫາລືແລກປ່ຽນ ປະເດັນທີ່ກ່ຽວກັບການນໍາໃຊ້ບໍລິການຂອງໂຮງໝໍ, ການປະສານງານລະຫວ່າງອົງການປະກັນສັງຄົມ ກັບ ໂຮງໝໍ ແລະ ບັນຫາຕ່າງໆທີ່ຕິດພັນ.
 
ການຈັດກອງປະຊຸມຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການປະສານງານລະຫວ່າງ ອົງການປະກັນສັງຄົມ, ຂະແໜງສາທາລະນະສຸກ ແລະ ຂະແໜງແຮງງານ–ສະຫວັດດີການສັງຄົມ ໃນການແລກປ່ຽນຂໍ້ມູນ, ຮັບຟັງບັນຫາ ແລະ ຊອກຫາແນວທາງປັບປຸງການປະສານງານ ເພື່ອຄວາມເປັນເອກະພາບໃນການປະສານງານ ແລະ ການຈັດຕັ້ງປະຕິບັດ ເພື່ອໃຫ້ວຽກງານ ແລະ ການບໍລິການແກ່ປະຊາຊົນມີຄວາມຄ່ອງຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)