ການຝຶກອົບຮົມຄັ້ງນີ້ ບັນດາສຳມະນາກອນໄດ້ຮຽນຮູ້ທັງໃນໃນພາກທິດສະດີ ແລະ ລົງເລິກພາກປະຕິບັດຕົວຈິງ ເປັນຕົ້ນ: ພື້ນຖານຂອງການສື່ສານ ແລະ ທັກສະ ການເວົ້າຕໍ່ໜ້າມ່ວນຊົນ, ການແນະນຳຕົວເອງ, ໂຄງສ້າງການເລົ່າເລື່ອງ ແລະ ການນໍາສະເໜີ (ພາກເປີດ, ເນື້ອໃນ, ພາກປິດ), ພາສາກາຍ, ນ້ຳສຽງ ແລະ ການສ້າງຄວາມໝັ້ນໃຈ, ການອອກແບບ PowerPoint, ການຕອບຄໍາຖາມທີ່ທ້າທາຍຢ່າງສະຫງົບ ແລະ ໜ້າເຊື່ອຖື, ໜ້າທີ່ຂອງນັກປະຊາສຳພັນ, ສິ່ງທີ່ນັກປະຊາສຳພັນຄວນມີ, ຮູບແບບການໂຄສະນາ, ຂັ້ນຕອນການສ້າງທີມງານໃຫ້ບໍລິການ ແລະ ວາງແຜນວຽກເຄື່ອນທີ່ ພາຍໃຕ້ໂຄງການໂຊລາ II. ພ້ອມກັນນັ້ນ ບັນດາສຳມະນາກອນ ຍັງໄດ້ຂື້ນນຳສະເໜີເປັນລາຍບຸກຄົນ ແລະ ເປັນກຸ່ມ ເຊິ່ງໄດ້ສ້າງຄວາມເຂົ້າໃຈໃຫ້ຜູ້ເຂົ້າຮ່ວມເລິກເຊິ່ງຍິ່ງຂື້ນ.
 
ໃນໂອກາດດັ່ງກ່າວ, ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ໄດ້ກ່າວວ່າ: ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ຈຳເປັນທີ່ສຸດຕໍ່ວຽກງານປະກັນສັງຄົມ ໃນທ່າມກາງທີ່ພວມປະເຊີນຕໍ່ບັນດາສິ່ງທ້າທາຍຫຼາຍດ້ານ ເວົ້າສະເພາະກໍ່ຄື ການຂະຫຍາຍອັດຕາການປົກຄຸມປະກັນສັງຄົມໃຫ້ກວມເອົາປະຊາກອນ 50% ຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II (2026-2030). ຕໍ່ກັບຄາດໝາຍສູ້ຊົນດັ່ງກ່າວ ສະນັ້ນ ພະນັກງານປະກັນສັງຄົມ ຕ້ອງໄດ້ພ້ອມກັນເອົາໃຈໃສ່ສຶກສາ, ຄົ້ນຄ້ວາ, ພັດທະນາຕົນເອງໃຫ້ກາຍເປັນນັກໂຄສະນາປະຊາສຳພັນແບບມືອາຊີບ, ມີຮູບແບບໂຄສະນາຫຼາກຫຼາຍ, ດຶງດູດ ແລະ ແທດເໝາະກັບແຕ່ລະກຸ່ມເປົ້າໝາຍ ເພື່ອເຮັດໃຫ້ເຂົາເຈົ້າເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວນັບມື້ນັບຫຼາຍຂື້ນ.
 
ນອກນັ້ນ, ຄະນະປະທານ ຍັງໄດ້ຮຽກຮ້ອງໃຫ້ບັນດາສໍາມະນາກອນ ກໍ່ຄື ພະນັກງານປະກັນສັງຄົມ ສືບຕໍ່ນຳເອົາບົດຮຽນທີ່ໄດ້ຮຽນຮູ້ຈາກວິທະຍາກອນ ກໍ່ຄື ຄູຝຶກທີ່ມີປະສົບການສູງ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ແລະ ພັດທະນາທັກສະດ້ານຕ່າງໆຂອງຕົນໃຫ້ສູງຂື້ນ ແລະ ຮັບໃຊ້ເຂົ້າໃນວຽກງານຮັບຜິດຊອບຂອງຕົນຢ່າງມີຜົນສໍາເລັດໃນຕໍ່ໜ້າ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)