ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ວຽກງານປະກັນສຸຂະພາບ ໃຫ້ພະນັກງານ-ລັດຖະກອນ ແລະ ພະນັກງານວິສາຫະກິດ ຢູ່ ບັນດາແຂວງ ເວົ້າລວມ ເວົ້າສະເພາະກໍ່ຄື ແຂວງບໍລິຄຳໄຊ, ໃນລະຫວ່າງວັນທີ 20-23/09/2026 ທີມງານ ອົງການປະກັນສັງຄົມແຫ່ງຊາດ (ສູນກາງ) ໄດ້ລົງເຄື່ອນໄຫວເຮັດວຽກ ທີ່ ເມືອງປາກຊັນ ຮ່ວມກັບ ຫ້ອງການປະກັນສັງຄົມແຂວງ ສົມທົບກັບ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ບໍລິຄຳໄຊ ເຊິ່ງໄດ້ດຳເນີນ 02 ກອງປະຊຸມສຳຄັນ ໃນກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ເຜີຍແຜ່ຊຸດຜົນປະໂຫຍດການປະກັນສຸຂະພາບ ໃຫ້ກຽດເປັນປະທານໂດຍ ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ.
 
ໃນວັນທີ 21/09/2026 ທີມງານປະກັນສັງຄົມ ໄດ້ເຂົ້າພົບ ທ່ານ ໂກ່ ໄຊສົມບັດ ຫົວໜ້າພະແນກ ຮສສ ແຂວງ ບໍລິຄຳໄຊ ເພື່ອລາຍງານຈຸດປະສົງຂອງການເຄື່ອນໄຫວຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ທ່ານຊ່ວຍຊຸກຍູ້ບັນດາກຸ່ມເປົ້າໝາຍເຂົ້າສູ່ລະບົບປະກັນສັງຄົມຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ. ຈາກນັ້ນ ໄດ້ດຳເນີນກອງປະຊຸມເຜີຍແຜ່ວຽກງານດັ່ງກ່າວ ທີ່ ໂຮງໝໍແຂວງ ບໍລິຄຳໄຊ ໂດຍການເປັນປະທານຮ່ວມ ຂອງ ທ່ານ ດຣ ນາງ ພັກສະດີ ວົງສິນນະສອນ ຜູ້ອຳນວຍການໂຮງໝໍແຂວງ ບໍລິຄຳໄຊ, ມີຮອງຜູ້ອຳນວຍການໂຮງໝໍແຂວງ, ພະນັກງານແພດໝໍ, ຄະນະພະແນກ, ຫປສ ແຂວງ ເຂົ້າຮ່ວມ.
 
ແລະ ໃນວັນທີ 22/09/2026 ທີ່ ສະໂມສອນໃຫຍ່ ຂອງ ຫ້ອງວ່າການແຂວງ ບໍລິຄຳໄຊ ໄດ້ສືບຕໍ່ດຳເນີນກອງປະຊຸມເຜີຍແຜ່ ໃຫ້ພະນັກງານ-ລັດຖະກອນ ຂອງ ບັນດາພະແນກການ ແລະ ຫົວໜ່ວຍວິສາຫະກິດ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸດອນ ຄຳພຽນ ຮອງຫົວໜ້າພະແນກ ຮສສ ແຂວງບໍລິຄຳໄຊ.
ພາຍໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ ໂດຍທ່ານ ນາງ ອຸດຕະມະ ມິດທະສອນ ຫົວໜ້າຂະແໜງ ພະແນກໂຄສະນາປະຊາສຳພັນ ຂອງ ອປຊ ໂດຍໄດ້ລົງເລີກພັນທະ ແລະ ສິດຜົນປະໂຫຍດ 09 ປະເພດການອຸດໜູນທີ່ປະກັນສັງຄົມໃຫ້ການຄຸ້ມຄອງ ແລະ ການຂື້ນນຳສະເໜີຊຸດຜົນປະໂຫຍດການປະກັນສຸຂະພາບ ໂດຍ ທ່ານ ນາງ ນິຖາວອນ ມີລາກອນ ຮອງຫົວໜ້າພະແນກເງິນອຸດໜຸນ ຂອງ ອປຊ ທັງນີ້ກໍ່ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ແກ່ ຜູ້ໃຫ້ບໍລິການ ກໍ່ຄື ບັນດາໂຮງໝໍຄູ່ສັນຍາແລະ ຜູ້ໃຊ້ບໍລິການ ທີ່ເປັນສະມາຊິກປະກັນສັງຄົມ. ໃນກອງປະຊຸມ ຍັງໄດ້ມີການແລກປ່ຽນ ຖາມ-ຕອບ ແລະ ຂໍ້ສະເໜີ ເພື່ອເປັນແນວທາງໃນການພິຈາລະນາຄົ້ນຄ້ວາ ແລະ ປັບປຸງບາງວຽກງານໃຫ້ສອດຄ່ອງ ແລະ ເໝາະສົມໃນຕໍ່ໜ້າ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)