ໃນວັນທີ 2 ກໍລະກົດ 2026 ທີ່ ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ວິທີການຈ່າຍເງິນປະກັນສຸຂະພາບ ແລະ ຊຸດຜົນປະໂຫຍດທາງການແພດ ເພື່ອປະກອບຄຳຄິດຄຳເຫັນໃສ່ ຮ່າງສັນຍາ ການບໍລິການປິ່ນປົວສຸຂະພາບຕາມລະບົບປະກັນສັງຄົມ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີຄະນະກົມປິ່ນປົວ, ກົມອາຫານ ແລະ ຢາ, ຄະນະອຳນວຍການ ຂອງ ໂຮງໝໍສູນກາງ, ໂຮງໝໍເດັກ ແລະ ບັນດາໂຮງໝໍເມືອງພາຍໃນນະຄອນຫຼວງວຽງຈັນ, ມີຄະນະຫ້ອງການປະກັນສຸຂະພາບແຫ່ງຊາດ, ຄະນະພະແນກ, ອົງການ ILO ແລະ ອົງການ WHO ເຂົ້າຮ່ວມທັງໝົດ 57 ທ່ານ, ຍິງ 35 ທ່ານ.
 
ໃນກອງປະຊຸມ, ທ່ານ ນາງ ແວວມະນີ ຄໍາຜາຍ ຮອງຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ໄດ້ນຳສະເໜີ ຮ່າງວິທີການຈ່າຍເງິນປະກັນສຸຂະພາບ ແລະ ຊຸດຜົນປະໂຫຍດທາງການແພດ ໂດຍມີຈຸດປະສົງເພື່ອປັບປຸງກົນໄກການໃຫ້ບໍລິການວຽກງານປະກັນສຸຂະພາບໃຫ້ມີປະສິດທິພາບ, ສອດຄ່ອງກັບສະພາບການຕົວຈິງ ແລະ ຮັບປະກັນການເຂົ້າເຖິງການໃຫ້ບໍລິການດ້ານສຸຂະພາບຂອງຜູ້ປະກັນຕົນໃຫ້ດີຍິ່ງຂຶ້ນ. ເນື້ອໃນສໍາຄັນຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນການກຳນົດຮູບແບບການເລືອກໂຮງໝໍປິ່ນປົວຂອງຜູ້ປະກັນຕົນ, ວິທີການຈ່າຍຄ່າບໍລິການທັງກໍລະນີຜູ້ປ່ວຍນອກ (OPD) ແລະ ຜູ້ປ່ວຍໃນ (IPD), ການກຳນົດອັດຕາການຊົດເຊີຍຄ່າປິ່ນປົວ, ພ້ອມທັງການກຳນົດສິດ ແລະ ຂອບເຂດການຄຸ້ມຄອງໃຫ້ມີຄວາມຊັດເຈນຍິ່ງຂຶ້ນ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຮ່າງສັນຍາ ການໃຫ້ບໍລິການປິ່ນປົວສຸຂະພາບຕາມລະບົບປະກັນສັງຄົມ ລະຫວ່າງ ອປຊ ແລະ ໂຮງໝໍຄູ່ສັນຍາ ໂດຍໄດ້ກຳນົດຫຼັກການ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍ ເພື່ອຮັບປະກັນການໃຫ້ບໍລິການແກ່ຜູ້ປະກັນຕົນໃນລະບົບປະກັນສັງຄົມ ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໂດຍໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ໂດຍສຸມໃສ່ການຍົກລະດັບຄຸນນະພາບການໃຫ້ບໍລິການ, ການບໍລິຫານກອງທຶນໃຫ້ມີຄວາມຍືນຍົງ, ໂປ່ງໃສ ແລະ ຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງຜູ້ປະກັນຕົນ.
 
ໃນໂອກາດດັ່ງກ່າວ, ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ໃຫ້ກຽດເປັນປະທານກ່າວປິດກອງປະຊຸມ, ເຊິ່ງທ່ານໄດ້ກ່າວຂອບໃຈ ຕໍ່ບັນດາແຂກທີ່ເຂົ້າຮ່ວມ ທີ່ໄດ້ພ້ອມກັນເປັນເຈົ້າການປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດເອກະພາບກັນໃນຂັ້ນພື້ນຖານກ່ຽວກັບຮ່າງສັນຍາ, ຊຸດຜົນປະໂຫຍດ, ວິທີການ ແລະ ອັດຕາການຈ່າຍເງິນ, ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາໂຮງໝໍນຳເອົາເນື້ອໃນໄປຄົ້ນຄວ້າຄືນ ແລະ ກະກຽມຄວາມພ້ອມດ້ານທີມງານ ແລະ ສະຖານທີ່ ເພື່ອຮອງຮັບການຕິດຕັ້ງລະບົບໂປຣແກຣມ, ອຸປະກອນ ແລະ ການຝຶກອົບຮົມໃນໄວໆນີ້.
 
ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການປັບປຸງລະບົບປະກັນສຸຂະພາບໃນລະບົບປະກັນສັງຄົມ ໃຫ້ມີຄວາມທັນສະໄໝ, ຢືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນ ສາມາດຮອງຮັບຄວາມຕ້ອງການດ້ານການປິ່ນປົວສຸຂະພາບຂອງຜູ້ປະກັນຕົນໄດ້ຢ່າງຄົບຖ້ວນ ຕາມແນວທາງການພັດທະນາລະບົບປະກັນສັງຄົມຂອງ ສປປ ລາວ
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)