ໃນວັນທີ່ 23 ມິຖຸນາ 2026 ທີ່, ນະຄອນຫຼວງວຽງຈົນ. ໄດ້ຈັດກອງປະຊຸມທາບທາມເປີດກວ້າງ ເພື່ອປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍການປະກັນສັງຄົມ ສະບັບປັບປຸງ.
 
ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ນ. ແກ້ວຈັນທະວີໄຊ, ຮອງລັດຖະມົນຕີກະຊວງ ຮສສ, ໂດຍມີຕາງໜ້າສະມາຊິກສະພາແຫ່ງຊາດ, ຄະນະກົມ, ຄະນະພະແນກ, ວິຊາການ, ຕາງໜ້າຈາກພາກລັດ, ພາກວິສາຫະກິດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
 
ກອງປະຊຸມດັ່ງກ່າວ, ທ່ານ ນ. ແກ້ວ ຈັນທະວີໄຊ ໄດ້ເນັ້ນໜັກວ່າ ນະໂຍບາຍປະກັນສັງຄົມແມ່ນເຄື່ອງມືສຳຄັນໃນການດັດສົມການແຈກຢາຍລາຍໄດ້ ແລະ ຄ້ຳປະກັນສະຫວັດດີການໃຫ້ແກ່ຜູ້ອອກແຮງງານ. ເຖິງວ່າການຈັດຕັ້ງປະຕິບັດກົດໝາຍສະບັບເດີມ (ປີ 2018) ຈະມີຜົນສຳເລັດດີ, ແຕ່ບາງເນື້ອໃນຍັງບໍ່ທັນລະອຽດຈະແຈ້ງ ແລະ ຍັງມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ສະນັ້ນ, ການປັບປຸງກົດໝາຍໃນຄັ້ງນີ້ ຈຶ່ງມີຄວາມຈຳເປັນຢ່າງຍິ່ງເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນໄລຍະໃໝ່.
 
ຕາມການລາຍງານຂອງຄະນະວິຊາການຄົ້ນຄວ້າປັບປຸງກົດໝາຍ, ຮ່າງກົດໝາຍສະບັບປັບປຸງນີ້ໄດ້ມີການປ່ຽນແປງທາງດ້ານໂຄງສ້າງ ແລະ ເນື້ອໃນຢ່າງຕັ້ງໜ້າ. ໂຄງສ້າງໃໝ່ປະກອບມີ 11 ພາກ, 26 ໝວດ ແລະ 137 ມາດຕາ. ໃນນີ້ ໄດ້ມີການປັບປຸງເນື້ອໃນ 70 ມາດຕາ, ເພີ່ມໃໝ່ 32 ມາດຕາ ແລະ ຕັດພາກການແກ້ໄຂຂໍ້ຂັດແຍ່ງອອກເນື່ອງຈາກມີກົດໝາຍສະເພາະຮອງຮັບແລ້ວ.
 
1. ການໂຮມຮ່ວມວຽກງານ:ອີງຕາມມະຕິຂອງສະພາແຫ່ງຊາດ, ໄດ້ມີການໂຮມຮ່ວມວຽກງານປະກັນສຸຂະພາບ (ສະເພາະສະມາຊິກປະກັນສັງຄົມ) ແລະ ວຽກງານປະກັນສັງຄົມ ເຂົ້າມາລວມສູນຢູ່ອົງການດຽວກັນ, ໂດຍໄດ້ເພີ່ມມາດຕາການອຸດໜູນປະກັນສຸຂະພາບຈາກ 2 ມາດຕາ ເປັນ 11 ມາດຕາ ເພື່ອກຳນົດຊຸດຜົນປະໂຫຍດ ແລະ ເງື່ອນໄຂການປິ່ນປົວໃຫ້ຊັດເຈນ.
2. ການຂະຫຍາຍພັນທະ: ເພີ່ມກຳນົດໃຫ້ຜູ້ໃຊ້ແແຮງງານທີ່ມີຜູ້ອອກແຮງງານຕັ້ງແຕ່ 1 ຄົນຂຶ້ນໄປ ຕ້ອງມີພັນທະເຂົ້າຮ່ວມການປະກັນສັງຄົມ.
3. ການປັບປຸງນະໂຍບາຍພາກລັດ: ປັບປຸງການຄິດໄລ່ເງິນອຸດໜູນປ່ວຍການ ຍ້ອນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ຂອງພາກລັດໃຫ້ເທົ່າທຽມກັບພາກວິສາຫະກິດ. ປັບປຸງເງື່ອນໄຂການຮັບອຸດໜູນບໍານານ ແລະ ການຄິດໄລ່ເງິນອຸດໜູນເທື່ອດຽວ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ລັດຖະບັນຍັດ ເລກທີ 002/ປປທ, ເພື່ອຫຼຸດພາລະແບກຫາບທາງດ້ານງົບປະມານຂອງກອງທຶນ ແລະ ລັດຖະບານ.
 
ຍ້ອນມີການປັບປຸງເນື້ອໃນສຳຄັນເພີ່ມເຕີມ ເຊັ່ນ ວຽກງານປະກັນສຸຂະພາບ, ກະຊວງ ຮສສ ຈຶ່ງໄດ້ສະເໜີລັດຖະບານ ເພື່ອເລື່ອນການນຳສະເໜີຮ່າງກົດໝາຍສະບັບນີ້ ເຂົ້າພິຈາລະນາຮັບຮອງ ໄປເປັນໃນກອງປະຊຸມສະໄໝສາມັນເທື່ອທີ 02 ຂອງສະພານແຫ່ງຊາດ ຊຸດທີ X.
 
ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງວັນເຕັມ ດ້ວຍບັນຍາກາດຟົດຟື້ນ, ສ້າງສັນ ແລະ ກົງໄປກົງມາ. ໃນພາກປິດກອງປະຊຸມ, ປະທານກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມຮັບຜິດຊອບສູງຂອງຜູ້ເຂົ້າຮ່ວມທຸກພາກສ່ວນ. ທຸກຄຳຄິດເຫັນ ແລະ ຂໍ້ສະເໜີອັນມີຄຸນຄ່າໃນຄັ້ງນີ້ຈະເປັນບ່ອນອີງອັນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຮຽບຮຽງ ແລະ ປັບປຸງຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບນີ້ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ໂປ່ງໃສ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດໃນອະນາຄົດ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)