



ໃນວັນທີ 29-30/06/2026 ທີ່ ໂຮງແຮມອຳມາຣີ ນະຄອນຫຼວງວຽງຈັນ, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້, ເຜີຍແຜ່ແອັບພລິເຄຊັນປະກັນສັງຄົມ (LSSO Application) ແລະ ການຊໍາລະເງິນສົມທົບອອນໄລຂອງພາກວິສາຫະກິດ ໃຫ້ພະນັກງານ ອປຊ ທົ່ວປະເທດ ພາຍໃຕ້ການສະໜັບສະໜູນຈາກໂຄງການຮ່ວມມື ILO-China ຜ່ານຂອບການຮ່ວມມືແບບໃຕ້-ໃຕ້ (South-South Cooperation), ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ Tian Feng ຫົວໜ້າໂຄງການ ILO-China, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ Jingyi Qin ວິຊາການດ້ານໂປຣແກຼມຂອງໃຕ້-ໃຕ້, ຜູ້ປະສານງານໂຄງການ, ບັນດາຄະນະພະແນກ, ຜູ້ຕາງໜ້າຈາກຫ້ອງປະກັນສັງຄົມແຂວງທົ່ວປະເທດ ແລະ ສູນບໍລິການປະກັນສັງຄົມຂັ້ນເມືອງ 08 ເມືອງ ເຂົ້າຮ່ວມທັງໝົດ 66 ທ່ານ, ຍິງ 30 ທ່ານ.
ທ່ານ ນາງ ບົວຫອມ ພົມມະຈັນ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານຈີນ ແລະ ອົງການແຮງງານສາກົນ (ILO) ທີ່ໄດ້ໃຫ້ການສະໜັບສະໜູນໃນການພັດທະນາລະບົບປະກັນສັງຄົມຢ່າງຕໍ່ເນື່ອງ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ກໍເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານ ອປຊ ສາມາດນໍາໃຊ້, ເຜີຍແຜ່ແອັບປະກັນສັງຄົມ ແລະ ການຊໍາລະເງິນສົມທົບອອນໄລຂອງພາກວິສາຫະກິດ ຜ່ານລະບົບຊໍາລະຂອງທະຄານຮ່ວມທຸລະກິດລາວ-ຫວຽດ ຢ່າງທົ່ວເຖິງ ແລະ ເປັນມືອາຊີບ, ຊຸກຍູ້ລະບົບປະກັນສັງຄົມການຫັນເປັນດິຈິຕອນ, ຫຼຸດຜ່ອນຂັ້ນຕອນການລົງທະບຽນ ແລະ ການຊຳລະຄ່າປະກັນ ທັງເປັນການສ້າງຄວາມພ້ອມເພື່ອຂະຫຍາຍການປົກປ້ອງສູ່ແຮງງານນອກລະບົບ ແລະ ເພີ່ມຄວາມສະດວກໃນການຮັບເງິນສົມທົບທົ່ວປະເທດ.
ໃນຊຸດຝຶກອົບຮົມ ວິທະຍາກອນໄດ້ສະແດງໃຫ້ເຫັນຄວາມສາມາດຂອງແອັບປະກັນສັງຄົມ ພ້ອມທັງລົງເລິກວິທີການແກ້ໄຂ ແລະ ອັດເດດຂໍ້ມູນຜູ້ປະກັນຕົນ ໃນກໍລະນີແອັບບໍ່ສະແດງຂໍ້ມູນປະຫວັດສ່ວນຕົວ, ຂໍ້ມູນເງິນສົມທົບ ແລະອື່ນໆ, ການຕິດຕາມ ແລະ ສົມທຽບເງິນສົມທົບຢູ່ບັນຊີຫຼັກຂອງ ອປຊ ກັບ ຂໍ້ມູນເງິນສົມທົບທີ່ຈ່າຍຜ່ານແອັບປະກັນສັງຄົມ ໂດຍນໍາໃຊ້ລະບົບແອັບພລີເຄຊັນຂອງທະນາຄານການຄ້າ ແລະ ລະບົບຫຼັງບ້ານຂອງ ອປຊ ໃນການກວດສອບຕົວເລກໃຫ້ກົງກັນ ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ສາມາດກວດສອບໄດ້ໃນທຸກໆທຸລະກຳທາງການເງິນ, ລົງເລິກຂັ້ນຕອນການເພີ່ມຂໍ້ມູນລົງໃນລິ້ງການຊໍາລະເງິນສົມທົບຂອງພາກວິສາຫະກິດ ຜ່ານລະບົບຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ. ການຝຶກອົບຮົມ ຍັງໄດ້ມີການຈັດແບ່ງກຸ່ມສົນທະນາແລກປ່ຽນໃນຫຼາຍຫົວຂໍ້ສຳຄັນ ເພື່ອຮັບປະກັນຄວາມເຂົ້າໃຈໃຫ້ສຳມະນາກອນຫຼາຍຍິ່ງຂື້ນ.
ໃນໂອກາດດັ່ງກ່າວ, ທ່ານ Tian Feng ຫົວໜ້າໂຄງການ ILO-China, ປະທານໄດ້ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນເຕັມໄປດ້ວຍເນື້ອໃນສຳຄັນ, ປະສົບການຕົວຈິງ ແລະ ຖືກຈັດຕັ້ງປະຕິບັດຢ່າງເປັນລະບົບ, ການຫັນລະບົບປະກັນສັງຄົມເປັນດິຈິຕອນ ແມ່ນເປັນຫົວໃຈສໍາຄັນ ແລະ ຈໍາເປັນໃນຍຸກປັດຈຸບັນ, ການລົງມືປະຕິບັດຕົວຈິງ, ຍົກລະດັບມາດຕະຖານຂອງແອັບ ແລະ ການບໍລິການ, ການມີສ່ວນຮ່ວມ ແລະ ຮ່ວມມືກັບທຸກພາກສ່ວນໃນສັງຄົມ ຈະຊ່ວຍເຮັດໃຫ້ລະບົບປະກັນສັງຄົມໄດ້ຮັບການພັດທະນາປັບປຸງສູງຍິ່ງຂື້ນ.
ໃນນາມປະທານຮ່ວມ, ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າ ອປຊ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຊຸດຝຶກອົບຮົມ ເຊິ່ງທຸກໆການແລກປ່ຽນລ້ວນແຕ່ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມ ແລະ ພັດທະນາລະບົບປະກັນສັງຄົມ, ພ້ອມດຽວກັນນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສຳມະນາກອນ ຈົ່ງນຳເອົາຄວາມຮູ້ຈາກການຝຶກອົບຮົມໄປຈັດຕັ້ງຜັນຂະຫຍາຍ, ຖ່າຍທອດບົດຮຽນໃຫ້ເພື່ອນຮ່ວມງານ ພ້ອມທັງເຜີຍແຜ່ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງມີປະສິດທິຜົນ ແລະ ທົ່ວເຖິງ.