



ໃນວັນທີ 19 ມິຖຸນາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໝູພອນ ໄຊປັນຍາຈິດ ຫົວໝ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ,ທ່ານ ນາງ ແວວມະນີ ຄຳຜາຍ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກ, ລັດວິສາຫະກິດ, ວິສາຫະກິດເອກະຊົນ, ພະນັກງານການເງິນ, ແລະ ພະນັກງານວິຊາການພາຍໃນພະແນກ ແຮງງານ ແລະ ສະຫວັດດີການສັງຄົມເຂົ້າຮ່ວມ.
ທ່ານ ນາງ ແວວມະນີ ຄຳຜາຍ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ເມື່ອເວົ້າເຖິງນະໂຍບາຍດ້ານສະຫວັດດີການສັງຄົມແລ້ວໃນເມື່ອກ່ອນແມ່ນມີພຽງແຕ່ພະນັກງານ-ລັດຖະກອນທີ່ເຂົ້າເຮັດວຽກຢູ່ນໍາການຈັດຕັ້ງລັດເທົ່ານັ້ນ ຈຶ່ງຈະມີສິດໄດ້ຮັບສະຫວັດດີການຕ່າງໆ. ສ່ວນພະນັກງານ-ກໍາມະກອນຕາມບັນດາຫົວໜ່ວຍວິສາຫະກິດ ຫຼື ໂຮງຈັກໂຮງງານແມ່ນໄດ້ຮັບແຕ່ນະໂຍບາຍໄປຕາມລະບຽບການຂອງວິສາຫະກິດໃຜລາວ, ຊຶ່ງບໍ່ໄດ້ຈັດຕັ້ງແບບເປັນເອກະພາບ ແລະ ກໍທັງເປັນການຫຍຸ້ງຍາກໃນການຄຸ້ມຄອງ, ກວດກາ, ບາງວິສາຫະກິດກໍມີແຕ່ເບີກຈ່າຍເງິນເດືອນໃຫ້ເທົ່ານັ້ນ, ເມື່ອເວລາເຈັບໄຂ້ໄດ້ປ່ວຍຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວຕ່າງໆດ້ວຍຕົນເອງ ເຊິ່ງໄດ້ສ້າງຜົນສະທ້ອນຕໍ່ເສດຖະກິດ ຂອງຄອບຄົວ ບໍ່ຫຼາຍກໍ່ໜ້ອຍ.ແຕ່ມາຮອດປະຈຸບັນການປະຕິບັດນະໂຍບາຍດ້ານສະຫວັດດີການສັງຄົມແມ່ນໄດ້ກວມເອົາ ບັນດາຜູ້ອອກແຮງງານໃນຫົວໜ່ວຍວິສາຫະກິດ, ກຳມະກອນໃນໂຮງຈັກໂຮງງານ, ຕະຫລອດຮອດປະ ຊາຊົນຜູ້ປະກອບອາຊີບອິດສະຫລະ ກໍຈະໄດ້ຮັບການຄຸ້ມຄອງຈາກລະບົບປະກັນສັງຄົມ ເຊັ່ນດຽວກັນ ໃນເວລາມີການເຈັບໄຂ້ໄດ້ປ່ວຍ, ເກີດລູກ, ເສຍອົງຄະ, ບຳນານ ຫຼື ເສຍຊີວິດ ແລະ ອື່ນໆຕາມທີ່ລະບຸ ໄວ້ໃນກົດໝາຍວ່າດ້ວຍການປະກັນສັງຄົມ ເມື່ອໄດ້ເຂົ້າເປັນສະມາຊິກປະກັນສັງຄົມ. ກົດໜ່ວຍວ່າດ້ວຍປະກັນສັງຄົມ ສະບັບປັບປຸງ ປະກອບມີ XII ພາກ, 123 ມາດຕາ, ຈຸດປະສົງຂອງກົດໝາຍສະບັບນີ້ ແມ່ນກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດ ກາວຽກງານປະກັນສັງຄົມ ເພື່ອໃຫ້ວຽກງານດັ່ງກ່າວເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບ ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ໃຊ້ແຮງງານ, ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ ດ້ວຍການ ປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ ແນໃສ່ຄໍ້າປະກັນ ການດໍາລົງຊີວິດຂັ້ນພື້ນຖານ, ການສ້າງຄວາມສາມັກຄີປອງ ດອງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.