



ໃນວັນທີ 09 ມິຖຸນາ 2026 ທີ່ ໂຮງແຮມຄລາວພລາຊາ, ອປຊ ໄດ້ຈັດກອງປະຊຸມຮຽບຮຽງຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ ໂດຍການເປັນປະທານຂອງທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງຍຸຕິທຳ, ຫສນຍ, ກະຊວງສາທາລະນະສຸກ, ຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ.
ຈຸດປະສົງ ກໍເພື່ອນຳສະເໜີເນື້ອໃນຮ່າງກົດໝາຍສະບັບປັບປຸງ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ, ຂໍ້ສະເໜີ ແລະ ວິເຄາະບັນຫາສຳຄັນຕ່າງໆ ເຊິ່ງຕະຫຼອດໄລຍະການປະຊຸມ ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳເຫັນຢ່າງກວ້າງຂວາງ ໃນຫຼາຍບັນຫາສຳຄັນ ພ້ອມທັງສະເໜີແນວທາງແກ້ໄຂ ແລະ ຂໍ້ປັບປຸງທີ່ເໝາະສົມ ເພື່ອໃຫ້ຮ່າງກົດໝາຍມີເນື້ອໃນຮັດກຸມ, ສອດຄ່ອງກັບນະໂຍບາຍຂອງພັກ-ລັດຖະບານ ແລະ ມີລັກສະນະສາກົນ, ເຊິ່ງຜົນການປະຊຸມ ແລະ ຄຳເຫັນຕ່າງໆ ຈະຖືກນໍາໄປຮວບຮວມເພື່ອປັບປຸງ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງພິຈາລະນາຮັບຮອງຕາມລະບຽບການ