ໃນວັນທີ 15/05/2026 ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບ ວິທະຍາໄລລາວ-ທອບ ໄດ້ຈັດກິດຈະກຳບັນຍາຍໃຫ້ຄວາມຮັບຮູ້ ວຽກງານປະກັນສັງຄົມ ໃຫ້ແກ່ໄວໜຸ່ມ (ນັກສຶກສາປີສຸດທ້າຍ) ຂອງ ວິທະຍາໄລລາວ-ທ໊ອບ ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ພູວຽງ ລາມີໄຊ ຮອງປະທານ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ, ເຂົ້າຮ່ວມມີ ທ່ານ ພັນທະວິໄລ ນວນຮຸ່ນ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ, ປະທານກຳມະບານພາກເອກະຊົນ, ຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ, ມີຄະນະອາຈານ, ພະນັກງານ ແລະ ນັກສຶກສາ. ຂື້ນບັນຍາຍໂດຍ ທ່ານ ປາລະມີ ລີຈາ ຫົວໜ້າຂະແໜງ ຂອງ ພະແນກໂຄສະນາປະຊາສໍາພັນ ອປຊ.
 
ການຈັດກິດຈະກຳໃນຄັ້ງນີ້ ຖືເປັນສ່ວນໜຶ່ງໃນການກະກຽມຄວາມພ້ອມໃຫ້ນັກສຶກສາປີສຸດທ້າຍ ຂອງ ວິທະຍາໄລ ລາວ-ທ໊ອບ ແລະ ສະຖານບັນໃກ້ຄຽງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ລະບຽບການທີ່ກ່ຽວຂ້ອງ ກ່ອນການກ້າວເຂົ້າສູ່ຕະຫຼາດແຮງງານ. ເນື້ອໃນການບັນຍາຍ ໄດ້ສະແດງໃຫ້ເຫັນຄວາມເປັນມາຂອງລະບົບປະກັນສັງຄົມໃນ ສປປ ລາວ, ກຸ່ມເປົ້າໝາຍ, ການຂື້ນທະບຽນ, ພັນທະ ແລະ ສິດຜົນປະໂຫຍດອຸດໜູນຕ່າງໆທີ່ຈະໄດ້ຮັບໃນເວລາເຂົ້າເປັນສະມາຊິກປະກັນສັງຄົມ. ໃນໂອກາດນີ້ ວິທະຍາກອນຍັງໄດ້ມີກິດຈະກໍາແລກປ່ຽນຖາມ-ຕອບ ແລະ ມອບຂອງທີ່ລະນຶກ ໃຫ້ແກ່ຄູ່ອາຈານ ແລະ ນັກສຶກສາ ດ້ວຍບັນຍາກາດຟົດຟື້ນ ເຊິ່ງຈະຊ່ວຍໃຫ້ນັກສຶກສາ ສາມາດຈິນຕະນາການພາບລວມໃນເວລາທີ່ຕົນກ້າວເຂົ້າສູ່ການເປັນພະນັກງານ ທັງພາກລັດ, ວິສາຫະກິດ ແລະ ຜູ້ປະກັນຕົນພາກສະໝັກໃຈ ເຊິ່ງຈະໄດ້ຮັບການຄຸ້ມຄອງທາງດ້ານສະຫວັດດີການທັງໄລຍະສັ້ນ ແລະ ໄລຍະຍາວ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)