



ໃນວັນທີ 18/05/2026 ຫ້ອງການປະກັນສັງຄົມແຂວງອັດຕະປື ໄດ້ລົງເຮັດວຽກຮ່ວມກັບກຳມະບານແຂວງ, ສາທາລະນະສຸກແຂວງ, ໂຮງໝໍແຂວງ, ຫ້ອງວ່າການເມືອງສະໝາມໄຊ ແລະ ກຳມະບານເມືອງ ພ້ອມຄະນະພະແນກ ຮສສ ແຂວງ ຜູ້ຊີ້ນຳວຽກງານປະກັນສັງຄົມ ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານປະກັນສັງຄົມພາກສະໝັກໃຈ ໃຫ້ກຸ່ມແຮງງານນອກລະບົບ (ກຸ່ມປູກເຂົ້າບ້ານແທ) ມີແຮງງານເຂົ້າທັງໝົດ 35 ທ່ານ, ຍິງ 9 ທ່ານ.
.................
ໃນວັນທີ 19/05/2026 ໄດ້ເຄື່ອນໄຫວຈັດກອງປະຊຸມເຜີຍແຜ່ວຽກງານປະກັນສັງຄົມເພື່ອຊຸກຍູ້ໃຫ້ກຸ່ມແຮງງານນອກລະບົບ ເຂົ້າເຖິງລະບົບປະກັນສັງຄົມພາກສະໝັກໃຈ, ມີກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນກຳ ມະບານແຂວງ, ມີຮອງປະທານຄະນະອົງການປົກຄອງເມືອງສະໝາມໄຊ, ມີບັນດາວິທະຍາກອນຈາກສະຫະພັນກຳມະບານແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫ້ອງການປະກັນສັງຄົມແຂວງ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ກຸ່ມແຮງງານນອກລະບົບພາຍໃນບ້ານປິນດົງໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ, ມີຜູ້ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 13 ທ່ານ.