ໃນວັນທີ 14/05/2026 ຫ້ອງການປະກັນສັງຄົມແຂວງອຸດົມໄຊ ຮ່ວມກັບ ສະຫະພັນກຳມະບານແຂວງ ໄດ້ລົງປະຊາສຳພັນໃຫ້ ພະນັກງານ ຂອງ ບໍລິສັດຊີມັງອຸດົມໄຊຈຽງເກີ ຈຳກັດຜູ້ດຽວ ເມືອງນາໝໍ້ ມີຜູ້ເຂົ້າຮ່ວມ56 ທ່ານ, ຍິງ 20 ທ່ານ.
................
ໃນວັນທີ16/05/2026 ໄດ້ເຄື່ອນໄຫວຮ່ວມກັບ ສະຫະພັນກຳມະບານແຂວງ, ສະຫະພັນກຳມະບານເມືອງນາໝໍ້ ແລະ ຫ້ອງການ ຮສສ ເມືອງນາໝໍ້ ລົງເຜີຍແຜ່ກົດໝາຍປະກັນສັງຄົມພ້ອມທັງຂື້ນທະບຽນເປັນສະມາຊິກປະກັນສັງຄົມໃຫ້ກັບ ກຸ່ມລ້ຽງເຜິ້ງ ບ້ານຫ້ວຍຊ່າງເມືອງນາໝໍ້ແຂວງອຸດົມໄຊ ມີຜູ້ເຂົ້າຮ່ວມຮັບຟັງ 43 ທ່ານ, ຍິງ 15 ທ່ານ ແລະ ເຂົ້າເປັນສະມາຊິກ ຈຳນວນ 15 ທ່ານ, ຍິງ 5 ທ່ານ.
...............
ໃນວັນທີ 18/05/2026 ໄດ້ເຄື່ອນໄຫວຮ່ວມກັບ ສະຫະພັນກຳມະບານແຂວງ, ສະຫະພັນກຳມະບານເມືອງຮຸນ ແລະ ຫ້ອງການ ຮສສ ເມືອງຮຸນ ລົງເຜີຍແຜ່ກົດໝາຍປະກັນສັງຄົມພ້ອມທັງຂື້ນທະບຽນເປັນສະມາຊິກປະກັນສັງຄົມໃຫ້ກັບ ກຸ່ມລ້ຽງປາ ບ້ານສົມໄຊ, ບ້ານແຟນ ເມືອງຮຸນ ມີຜູ້ເຂົ້າຮ່ວມຮັບຟັງ 39 ທ່ານ, ຍິງ 13 ທ່ານ ແລະ ເຂົ້າເປັນສະມາຊິກ ຈຳນວນ 04 ທ່ານ, ຍິງ 02 ທ່ານ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)