ໃນຕອນເຊົ້າວັນທີ 06/05/2026, ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ຮ່ວມກັບ ຫ້ອງການປະກັນສັງຄົມ (ຫປສ) ແຂວງຊຽງຂວາງ ໄດ້ລົງຊຸກຍູ້ບໍລິສັດ ອາວີ ພູຍວນມາຍນີ້ງ ຈຳກັດຜູ້ດຽວ ຢູ່ ເມືອງຄູນ ແຂວງຊຽງຂວາງ, ເຊິ່ງການລົງເຄື່ອນໄຫວຄັ້ງນີ້ ກໍເພື່ອແນໃສ່ໃຫ້ເຈົ້າຂອງບໍລິສັດ ແລະ ພະນັກງານທັງໝົດ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານປະກັນສັງຄົມ ພ້ອມທັງສ້າງຄວາມຮັບຮູ້ກ່ຽວກັບສິດແລະຜົນປະໂຫຍດ ແລະ ລະບຽບການທີ່ກ່ຽວຂ້ອງ ພ້ອມຊີ້ແຈງບັນຫາຕ່າງໆທີ່ໃຫ້ຄວາມສົນໃຈ, ມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 3 ທ່ານ. ແລະໃນວັນທີ 08/05/2026 ຫປສ ແຂວງຊຽງຂວາງ ໄດ້ສືບຕໍ່ລົງປະຊາສຳພັນ ຢູ່ ຫ້ອງການສຶກສາ ແລະ ກິລາ ເມືອງແປກ, ມີຜູ້ເຂົ້າຮ່ວມທັງໝົດ 35 ຄົນ, ຍິງ 13 ຄົນ
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)