ໃນວັນທີ 29 ເມສາ 2026 ໄດ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງຫ້ອງການປະກັນສັງຄົມ ແຂວງເຊກອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງເຊກອງ ໃຫ້ກຽດຕັດແຖບຜ້າ ແລະ ເປີດນໍາໃຊ້ອາຄານໃໝ່ ຢ່າງເປັນທາງການ, ມີຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມແຂວງ, ມີບັນດາຕາງໜ້າຫົວໜ້າພະແນກການອ້ອມຂ້າງແຂວງ, ບໍລິສັດຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
 
ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ບົວລອຍ ສີນພະວົງ ຜູ້ອຳນວຍການ ບໍລິສັດທີ່ສິນພະວົງກຣຸບ ຈຳກັດຜູ້ດຽວ ແລະ ທ່ານ ນ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ. ອາຄານຫ້ອງການ ປະກັນສັງຄົມແຂວງ ສາະລະວັນ ຫຼັງໃໝ່ ແມ່ນເພື່ອຍົກຄຸນນະພາບການບໍລິການ ວຽກງານປະກັນສັງຄົມຢູ່ແຂວງ ໃຫ້ມີຄວາມສະດວກ ແນໃສ່ເພື່ອອຳນວຍຄວາມສະດວກໃຫ້ຜູ້ປະກັນຕົນ, ສະມາຊິກປະກັນສັງຄົມ, ຜູ້ປະສານງານຈາກພາກສ່ວນຕ່າງໆ ແລະ ຮອງຮັບໃນການຂະຫຍາຍຕົວຂອງວຽກງານ ກໍຄື ການຂະຫຍາຍອັດຕາການປົກຄຸມປະກັນສັງຄົມໃຫ້ນັບມື້ກວ້າງຂວາງ ເທື່ອລະກ້າວ.
 
ໂຄງການກໍ່ສ້າງອາຄານດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 04 ພະຈິກ 2024 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ, ໂຄງການສາມາດກໍ່ສ້າງສຳເລັດ 100% ໃນວັນທີ 31 ມີນາ 2026, ເຊິ່ງໃຊ້ເວລາກໍ່ສ້າງທັງໝົດພຽງ 16 ເດືອນ (ຕາມສັນຍາໄລຍະການກໍ່ສ້າງ 24 ເດືອນ), ເຫັນວ່າການກໍ່ສ້າງສຳເລັດກ່ອນກຳນົດເວລາເຖິງ 8 ເດືອນ. ອາຄານດັ່ງກ່າວ ຖືກອອກແບບເປັນແບບສະຖາປັດຕະຍະກຳລາວປະຍຸກ 3 ຊັ້ນ, ຕັ້ງຢູ່ເທິງເນື້ອທີ່ດິນ 1,818 ຕາແມັດ ຂະໜາດ 20 x 17.5 ແມັດ ປະກອບມີເນື້ອທີ່ໃຊ້ສອຍຄົບຊຸດ 180 ຕາແມັດ ມີຫ້ອງບໍລິການລູກຄ້າ, ຫ້ອງເຮັດວຽກຄົບຊຸດ, ຫ້ອງສາງ, ຫ້ອງປະຊຸມ ແລະ ບ່ອນຈອດລົດ ທີ່ສະດວກ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)