ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ເວົ້າລວມ ເວົ້າສະເພາະກໍຄື ການຍົກລະດັບປະສິດທິພາບວຽກງານກວດສອບໃຫ້ສູງຍິ່ງຂື້ນ.

ໃນວັນທີ 05 ເມສາ 2026 ໄດ້ມີກອງປະຊຸມທາງໄກ (ອອນລາຍ) ທົ່ວປະເທດເພື່ອຖອດຖອນບົດຮຽນວຽກງານກວດສອບພາຍໃນຂອງອົງການປະກັນສັງຄົມແຫ່ງຊາດໂດຍການເປັນປະທານໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຄະນະອົງການ, ຫົວໜ້າ ຫປສ ແຂວງທົ່ວປະເທດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ສະຫຼຸບ ແລະ ຖອດກອນບົດຮຽນການຈັດຕັ້ງປະຕິບັດວຽກງານກວດສອບປະຈໍາປີ 2025 ແລະ ທິດທາງແຜນການປີ 2026. ພ້ອມນີ້, ຍັງເປັນການປັບປຸງແກ້ໄຂວຽກງານວິຊາການແຕ່ລະດ້ານເພື່ອໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ນິຕິກໍາທີ່ກ່ຽວຂ້ອງ.

ການຈັດຕັ້ງປະຕິບັດວຽກງານກວດສອບພາຍໃນປີ 2025 ໄດ້ຍົກໃຫ້ເຫັນເຖິງຜົນສໍາລັດ ແລະ ບາງບັນຫາທາງດ້ານວິຊາການ ເປັນຕົ້ນ ການຄຸ້ມຄອງຂໍ້ມູນພະນັກງານ, ການປະຕິບັດໂມງເວລາການເຂົ້າ-ອອກການໃນແຕ່ລະວັນ, ການຈັດຕັ້ງປະຕິບັດວຽກງານອຸໜູນໄລຍະສັ້ນ ແລະ ໄລຍະຍາວ, ການສົ່ງບົດສະຫຼຸບ-ບົດລາຍງານ, ການຕິດຕາມລາຍຮັບ-ລາຍຈ່າຍ ແລະ ການຄຸ້ມຄອງເງິນສົດ, ການອັບເດດຂໍ້ມູນ ແລະ ຖານຂໍ້ມູນຍັງບໍ່ເອກະພາບ,  ຂັ້ນຂອງການອອກເອກະສານຢັ້ງຢືນ ກໍລະນີການເສຍຊີວິດ, ການຮັບອຸດໜູນຄອບຄົວ.  ໃນໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນຂອງການກວດສອບຂອງອົງການກວດສອບແຫ່ງລາດ ແລະ ບັນດາບັນຫາທີ່ສາມາດແກ້ໄຂໄດ້ຂາດຕົວໃນປີ 2025.      

ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເປັນຢາງກົງໄປກົງມາ ແລະ ເອກະພາບ ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ ມີປະສິດທິຜົນ ເຊັ່ນ: ການປະຕິບັດອຸດໜູນໄລຍະສັ້ນ-ໄລຍະຍາວ, ການຕິດຕາມປະເມີນຜູ້ເສຍກໍາລັງແຮງງານ, ການຕໍ່ສັນຍາຜູ້ປະກັນຕົນ, ການຂື້ນທະບຽນປະກັນສັງຄົມ, ການບໍາລຸງຮັກສາພາຫະນະ, ການນໍາໃຊ້ໂປຣແກຣມ, ການປະສານງານຂັ້ນບ້ານ, ການສະຫຼຸບຮອບດ້ານວຽກງານປະກັນສັງຄົມຂອງຫ້ອງການປະກັນສັງຄົມແຂວງ.  ພ້ອມນີ້, ກອງປະຊຸມຍັງໄດ້ເອກະພາບວຽກງານກວດສອບພາຍໃນເປັນບັນຫາທີ່ສໍາຄັນຕ້ອງໄດ້ຈັດຕັ້ງປະຕິບັດເປັນປົກກະຕິຕໍ່ເນື່ອງ ແລະ ກໍານົດແຜນການເຄື່ອນໄຫວກວດສອບໃນຂອບເຂດທົ່ວປະເທດ, ການນໍາເນີນການກວດສອບໃຫ້ຖືກຕ້ອງຕາມຂະບວນການຂອງການກວດສອບພາຍໃນ ໂດຍມີການວາງແຜນການ, ການເນີນການກວດສອບ, ການຫຼຸບລາຍງານ ແລະ ກໍານົດວິທີການຂອງການແກ້ໄຂຜົນຂອງການກວດສອບພາຍໃນ ໃນເວລາພົບເຫັນບັນຫາທີ່ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍການປະກັນສັງຄົມ. ຄຽງຄູ່ກັນນີ້, ໃນຕໍ່ໜ້າຈະໄດ້ມີການຝຶກອົບຮົມ ແລະ ແນະນໍາໃຫ້ພະນັກງານ ກ່ຽວກັບວຽກງານກວດສອບເພື່ອຮັບປະກັນການຈັດຕັ້ງປະຕິບັດມີຄວາມໂປ່ງໃສ. ຮັບປະກັນກອງທຶນປະກັນສັງຄົມຢືນຍົງ, ໃຫ້ການບໍລິການປະກັນສັງຄົມມີປະສິດທິຜົນ, ມີຄວາມໝັ້ນໃຈຈາກສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ.

#ອົງການປະກັນສັງຄົມແຫ່ງຊາດ

#facebook/Tiktok: ປະກັນສັງຄົມແຫ່ງຊາດ

#ສາຍດ່ວນ: 1508

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)