ນະຄອນຫຼວງວຽງຈັນ, ວັນທີ 23 ມີນາ 2026 ຈາກເຫດການພະຍຸລະດູຮ້ອນ ແລະ ໝາກເຫັບຕົກຢ່າງໜັກ ໃນຕອນແລງຂອງວັນທີ 22 ມີນາ 2026 ເວລາ 16:00 ໂມງ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມສະພາບຄວາມເສຍຫາຍຢ່າງໃກ້ຊິດ ເພື່ອໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ.ສະພາບຄວາມເສຍຫາຍເບື້ອງຕົ້ນຈາກການສຳຫຼວດເບື້ອງຕົ້ນຢູ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ພະຍຸຄັ້ງນີ້ໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງໃນ 5 ບ້ານ:
 
• ບ້ານ ວຽງຄຳ ແລະ ບ້ານ ຈັນສະຫວ່າງ: ໄດ້ຮັບຜົນກະທົບໜັກທີ່ສຸດ ໂດຍມີເຮືອນປະຊາຊົນເສຍຫາຍບ້ານລະກວ່າ 1,000 ຄອບຄົວ.
• ບ້ານ ໂພນສົມບູນ: ຜົນກະທົບ 100 ກວ່າຄອບຄົວ.
• ບ້ານ ໜອງດາ ແລະ ບ້ານ ຕາດທອງ: ຜົນກະທົບບ້ານລະ 6 ຄອບຄົວ.
• ພື້ນຖານໂຄງລ່າງ: ໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ ແລະ ຫ້ອງການບ້ານ 1 ຫຼັງ ໄດ້ຮັບຄວາມເສຍຫາຍ.ການແກ້ໄຂ ແລະ ຊ່ວຍເຫຼືອສຸກເສີນເພື່ອບັນເທົາທຸກໃຫ້ແກ່ປະຊາຊົນ 2,000 ກວ່າຄອບຄົວຢ່າງທັນການ, ພາກສ່ວນກ່ຽວຂ້ອງໄດ້ເລັ່ງດຳເນີນການດັ່ງນີ້:
• ງົບປະມານຊ່ວຍເຫຼືອ: ຄພສ ໄດ້ຈັດສັນງົບປະມານຊ່ວຍເຫຼືອລວມມູນຄ່າ 1,402,000,000 ກີບ (ໜຶ່ງຕື້ສີ່ຮ້ອຍສອງລ້ານກີບ).ເຄື່ອງທີ່ນຳມາຊ່ວຍເຫຼືອສຳຄັນມີດັ່ງນີ້: ເຂົ້າສານເຈົ້າ ຄຳນວນ 20 ໂຕນ 720,000,000 ກີບ, ເຄື່ອງໃຊ້ຄົວເຮືອນ 200 ແກັດ 69,000,000 ກີບ, ເຄື່ອງສຸຂະອະນາໄມ 200 ແກັດ 220,000,000 ກີບ, ມຸ້ງ 1,000 ຜືນ 270,000,000ກີບ, ສາດຢາງ 1,000 ຜືນ 120,000,000 ກີບ ນໍ້າດື່ມຕຸກນ້ອຍ 50 ແພັກ 3,000,000ກີບ, ລວມເປັນເງິນມູນຄ່າທັງໝົດ 1,402,000,000 ກີບພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ກອງເລຂາ ຄພສ ປະສານງານກັບອົງການຄູ່ຮ່ວມພັດທະນາ ເພື່ອລະດົມທຶນຈັດຫາວັດຖຸອຸປະກອນກໍ່ສ້າງ ເຊັ່ນ ຕະປູ , ສັງກະສີ ເພື່ອສ້ອມແປງທີ່ຢູ່ອາໄສໃຫ້ປະຊາຊົນໂດຍໄວ. ສໍາລັບໄລຍະຍາວ, ກົມສັງຄົມສົງເຄາະ ຈະຮ່ວມກັບທ້ອງຖິ່ນ ວາງແຜນຟື້ນຟູຊີວິດການເປັນຢູ່ໃຫ້ກັບສູ່ສະພາບປົກກະຕິໂດຍເນັ້ນໃສ່ການຊ່ວຍເຫຼືອແບບເຈາະຈົງເຖິງແຕ່ລະຄອບຄົວ.
(ຂ່າວສານຮສສ)
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)