
ໃນວັນທີ 11/03/2026 ທ່ານ ຄໍາພູວົງ ຊະນະມຸນຕີ ຮອງຫົວຫນ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ ຕາງໜ້າ ຫ້ອງການປະກັນສັງຄົມແຂວງສະຫວັນນະເຂດ ເປັນກຽດມອບເງິນອຸດໜູນເສຍຊີວິດໃຫ້ຄອບຄົວພະນັກງານບໍານານ ອະດີດຮອງຫົວຫນ້າພະແນກຮສສ ແຂວງ, ອະດີດຮອງຫົວຫນ້າພະແນກການຕ່າງປະເທດແຂວງ ຈໍານວນເງິນ 126,493,962 ກີບ ໃຫ້ແກ່ຄອບຄົວຂອງຜູ້ເສຍຊີວິດ.