............................................
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ກວດກາປະກັນສັງຄົມ ໃນການລົງຕິດຕາມກວດກາບັນດາກຸ່ມເປົ້າໝາຍ ໂດຍສະເພາະແມ່ນ ບັນດາຫົວໜ່ວຍວິສາຫະກິດ ທີ່ບໍ່ປະຕິບັດພັນທະປະກັນສັງຄົມຕາມກົດໝາຍ ເຊັ່ນ: ຫຼີກລ່ຽງການຂື້ນທະບຽນປະກັນສັງຄົມ, ສົມທົບເງິນປະກັນຕົນບໍ່ສອດຄ່ອງກັບລະບຽບການ, ຄ້າງ ແລະ ຢຸດການຊໍາລະເງິນປະກັນສັງຄົມ, ການແຈ້ງຈໍານວນຜູ້ອອກແຮງງານບໍ່ກົງກັບຕົວຈິງ, ປອມແປງເອກະສານ ເພື່ອຮ້ອງຂໍເງິນອຸດໜູນ ເຊິ່ງຈະເປັນຜົນກະທົບຕໍ່ຄວາມຍືນຍົງຂອງກອງທຶນ.
 
ໃນລະຫວ່າງວັນທີ 02-06/03/2026 ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດຝືກອົບຮົມວຽກງານກວດກາໃຫ້ກັບເຈົ້າໜ້າທີ່ກວດກາ ຂອງ ອົງການປະກັນສັງຄົມແຫ່ງຊາດ ທີ່ ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການສະໜັບສະໜູນຂອງອົງການແຮງງານສາກົນ (ILO), ໂດຍການເປັນປະທານຂອງທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ນາງ Nathalie Both ຜູ້ບໍລິຫານໂຄງການຂອງອົງການແຮງງານສາກົນ ລຸກຊໍາບວກ, ມີຮອງຫົວໜ້າ ອປຊ, ເຈົ້າໜ້າທີ່ກວດກາປະກັນສັງຄົມຂັ້ນສູນກາງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການປະກັນສັງຄົມແຂວງທົ່ວປະເທດ, ຜູ້ຕາງໜ້າຈາກອົງການແຮງງານສາກົນ, ສູນປະກັນສັງຄົມເມືອງວັງວຽງ ເຂົ້າຮ່ວມ ແລະ ຂື້ນບັນຍາຍໂດຍ ທ່ານ Pablo Paramo ຜູ້ຊ່ຽວຊານວຽກງານກວດກາ ຈາກປະເທດແອສປາຍ.
 
ໃນຊຸດຝຶກອົບຮົມ ສໍາມະນາກອນໄດ້ຮຽນຮູ້ພາກທິດສະດີກ່ຽວກັບກອບແນວຄວາມຄິດ ແລະ ລະບົບກົດໝາຍ, ຍຸດທະສາດການປະຕິບັດລະບຽບ ແລະ ອຳນາດຂອງຜູ້ກວດກາ, ການວາງແຜນ ແລະ ການກະກຽມການລົງກວດກາ, ການດຳເນີນການກວດກາ, ການລາຍງານການປິດກອງປະຊຸມ ແລະ ການຕິດຕາມຜົນ, ຈັນຍາບັນຂໍ້ຫ້າມ ແລະ ພັນທະໜ້າທີ່ຂອງເຈົ້າໜ້າທີ່ກວດກາ. ນອກຈາກພາກທິດສະດີ ເຈົ້າໜ້າທີ່ກວດກາລົງໄດ້ລົງກວດກາຕົວຈິງ ໂດຍແບ່ງເປັນ 3 ກຸ່ມລົງຢ້ຽມຢາມ ແລະ ກວດກາ 3 ຫົວໜ່ວຍວິສາຫະກິດພາຍໃນເມືອງວັງວຽງ ແລະ ຕາງໜ້າກຸ່ມຂື້ນລາຍງານຜົນຂອງການກວດກາ ເຊິ່ງເຫັນໄດ້ວ່າ ເຈົ້າໜ້າທີ່ກວດກາປະກັນສັງຄົມ ໄດ້ພ້ອມພຽງກັນນໍາເອົາບົດຮຽນທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນການລົງກວດກາຕົວຈິງດ້ວຍຄວາມເອົາໃຈໃສ່ ສະແດງອອກໃນການສອບຖາມ ເກັບກໍາຂໍ້ມູນສໍາຄັນ ເພື່ອສະຫຼຸບລາຍງານໃນຊຸດຝຶກອົບຮົມ.
 
ທ່ານ ໂຈມແຍງ ແພງທອງສະຫວັດ ໃນນາມປະທານ ກ່າວວ່າ: ວຽກງານກວດກາປະກັນສັງຄົມ ເປັນການກວດການຄຸນນະພາບຄວາມເອົາໃຈໃສ່ໃນການປະກອບສ່ວນປະກັນສັງຄົມ ແນ່ໃສ່ການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ການກວດກາທີ່ມີຄຸນນະພາບ ຮຽກຮ້ອງໃຫ້ມີການຮ່ວມມືກັບຫຼາຍພາກສ່ວນ ເຊັ່ນ ກົມຄຸ້ມຄອງແຮງງານ, ກວດກາແຮງງານ, ຈັດຫາງານ, ບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອສັງລວມຂໍ້ມູນທີ່ຈໍາເປັນກ່ອນລົງກວດກາ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ກວດກາ ສືບຕໍ່ຄົ້ນຄ້ວາລົງເລິກກົດໝາຍວ່າດ້ວຍການປະກັນສັງຄົມ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການຈັດຫາງານ ແລະ ນິຕິກໍາກ່ຽວຂ້ອງ, ກໍາແໜ້ນສິດ ແລະ ພາລະບົດບາດຂອງເຈົ້າໜ້າທີ່ກວດກາປະກັນສັງຄົມ ເຊິ່ງຈະຊ່ອງແສງໃຫ້ເຫັນການປະຕິບັດງານຢ່າງເປັນມືອາຊີບ ແລະ ມີຈັນຍາບັນ, ສາມາດໃຈແຍກບັນຫາສະລັບສັບຊ້ອນໃນເວລາລົງກວດກາ ເພື່ອເກັບກໍາຂໍ້ມູນ ສະຫຼຸບ ລາຍງານທີ່ຊັດເຈນ, ສືບຕໍ່ຄົ້ນຄວ້າບັນດາບົດຮຽນ ແລະ ກໍລະນີສຶກສາຕ່າງປະເທດ ທີ່ເປັນຈຸດສໍາຄັນ ແລະ ນໍາມາຜັນຂະຫຍາຍ ວິເຄາະ ວິໃຈ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.
 
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)