ເພື່ອຍົກລະດັບການຄຸ້ມຄອງສຸຂະພາບໃຫ້ເປັນເອກະພາບ, ການຫັນປ່ຽນຄັ້ງນີ້ ຖືເປັນບາດກ້າວບຸກທະລຸໃນການປະຕິຮູບລະບົບສະຫວັດດີການສັງຄົມຂອງ ສປປ ລາວ ເຊິ່ງຈະຊ່ວຍໃຫ້ການບໍລິຫານຈັດການງົບປະມານ ແລະ ການບໍລິການດ້ານການແພດມີຄວາມກົມກຽວກັນຫຼາຍຂຶ້ນ, ແນໃສ່ເຮັດໃຫ້ປະຊາຊົນ ແລະ ຜູ້ອອກແຮງງານ ໄດ້ຮັບການເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ແລະ ຍຸຕິທຳ.
 
ນະຄອນຫຼວງວຽງຈັນ, ໃນວັນທີ 2 ມີນາ 2026 ທີ່ຫ້ອງປະຊຸມ ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ໄດ້ມີພິທີລົງນາມບົດບັນທຶກການມອບ-ຮັບ ວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ກະຊວງສາທາລະນະສຸກ (ສສ). ພິທີດັ່ງກ່າວຈັດຂຶ້ນໂດຍເປັນກຽດເຂົ້າຮວ່ມ ຂອງ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງ ກະຊວງສາທາລະນະສຸກ.
 
ການມອບ-ຮັບໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອປັບປຸງກົນໄກການບໍລິຫານຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ. ວຽກງານທີ່ສົ່ງມອບໃນຄັ້ງນີ້ລວມມີ:
* ການຄຸ້ມຄອງວຽກງານປະກັນສຸຂະພາບ: ຫັນການຄຸ້ມຄອງຈາກກະຊວງສາທາລະນະສຸກ ມາຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
* ກອງທຶນປະກັນສຸຂະພາບ ເຊິ່ງເປັນ 1 ໃນ 5 ກອງທຶນຍ່ອຍຂອງລະບົບປະກັນເຊັ່ນ: ກອງທຶນປະກັນສຸຂະພາບ, ກອງທຶນອຸດໜູນອຸປະຕິເຫດແຮງງານ ແລະ ພະຍາດອາຊີບ, ກອງທຶນອຸດໜູນໄລຍະສັ້ນ, ກອງທຶນອຸດໜູນວ່າງງານ ແລະ ກອງທຶນອຸດໜູນໄລຍະຍາວ.
ຕົວເລກຜູ້ປະກັນຕົນ ແລະ ຜົນສຳເລັດທີ່ຜ່ານມາ
* ຈຳນວນຜູ້ປະກັນຕົນ: ປັດຈຸບັນມີຜູ້ປະກັນຕົນທີ່ໄດ້ຮັບຜົນປະໂຫຍດຈາກວຽກງານປະກັນສຸຂະພາບທັງໝົດ 398,243 ທ່ານ.
* ປະເພດຜູ້ຊົມໃຊ້: ລວມມີພະນັກງານ-ລັດຖະກອນ 192,436 ທ່ານ, ພະນັກງານວິສາຫະກິດ 190,855 ທ່ານ ແລະ ຜູ້ສະໝັກໃຈ 14,952 ທ່ານ (ຕົວເລກໂດຍປະມານ).
 
ສຳລັບທິດທາງໃນຕໍ່ໜ້າ ທ່ານລັດຖະມົນຕີ ກະຊວງ ສສ ຍັງໄດ້ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ພັດທະນາວຽກງານດັ່ງກ່າວນີ້ໃຫ້ເຂັ້ມແຂງໂດຍເນັ້ນໃສ່:
* ການຫັນເປັນທັນສະໄໝໃນການບໍລິການ (e-office ແລະ Mobile App).
* ການເພີ່ມທະວີປັບປຸງຄຸນນະພາບການປິ່ນປົວໃນໂຮງໝໍຄູ່ສັນຍາ.
* ຮັບປະກັນຄວາມຍືນຍົງຂອງກອງທຶນ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານໃນໄລຍະຍາວ.
ການຫັນປ່ຽນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການປະຕິຮູບລະບົບສະຫວັດດີການສັງຄົມ ຂອງ ສປປ ລາວ ເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ຍຸຕິທຳ.
 
(ຂ່າວສານ ຮສສ)
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)