ວັນທີ 24 ກຸມພາ 2026, ທີ່ຫ້ອງປະຊຸມໃຫຍ່ກະຊວງແຮງງານແລະສະຫວັດດີການສັງຄມ(ຮສສ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ສ້າງກິດຈະກໍາຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາມະບານລາວ ຄົບຮອບ 70 ປີ (ວັນທີ 1 ກຸມພາ 1956-1 ກຸມພາ 2026), ເປັນກຽດປາຖະກະຖາໂດຍສະຫາຍ ນາງ ອາລຸນແສງ ວິຈິດວົງສາ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ມີ ທາ່ນ ປອ ບຸນມາ ສິດທີໂສມ ປະທານສະຫະພັນກຳມະບານກະຊວງຮສສ, ພ້ອມດວ້ຍຄະນະປະທານສະຫະພັນກຳມະບານ-ກຳມະບານຮາກຖານ ແລະສະມາຊິກກຳມະບານກະຊວງຮສສເຂົ້າຮ່ວມຢ່າງພ້ອມພຽງ.
 
ສະຫາຍ ນາງ ອາລຸນແສງ ວິຈິດວົງສາ ໄດ້ຫວນຄືນມູນເຊື້ອແຫ່ງການກໍາເນີດຂອງສະຫະພັນກໍາມະບານລາວ, ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນລາວ, ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງ ຫ້ອງການກຳມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ໃນວັນທີ 1 ກຸມພາ 1956 ຈຸດປະສົງເພື່ອສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກຳມະກອນ-ຊາວຜູ້ອອກແຮງງານ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
 
ເຊິ່ງຕະຫຼອດໄລຍະ 70 ປີ ຜ່ານມາ ສະຫະພັນກຳມະບານລາວ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກໄດ້ມອບໝາຍໃຫ້, ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະກິດປະຕິວັດຈັດຕັ້ງນໍາພາສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບໃນການອອກແຮງງານ, ປະຕິບັດສິດ ແລະ ພັນທະຂອງຕົນ, ເສີມສ້າງສະຕິເຄົາລົບລະບຽບວິໄນເຂັ້ມງວດ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ນໍ້າໃຈຮັບຜິດຊອບ, ການປະດິດສ້າງໃໝ່, ພັດທະນາສີມືແຮງງານ, ຊຸກຍູ້ຂະບວນການແຂ່ງຂັນຂອງກຳມະບານ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຢ່າງເປັນຂະບວນຟົດຟື້ນ ດັ່ງຄໍາຂວັນທີ່ວ່າ “ກໍາມະບານລາວ ເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ”.
 
(ຂ່າວສານ ຮສສ)
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)