ໃນວັນທີ 19 ກຸມພາ 2026, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2025 ຂອງອົງຄະນະພັກກະຊວງ ຮສສ. ໂດຍການເປັນປະທານ ແລະ ໃຫ້ກຽດມອບໃບຢັ້ງຢືນຂອງ ສະຫາຍ ນາງ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຮສສ; ເປັນກຽດເຂົ້າຮ່ວມມີ ສະຫາຍ ພົງໄຊສັກ ອິນຖາລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງ ຮສສ, ພ້ອມດ້ວຍຄະນະພັກກະຊວງ, ຄະນະພັກຮາກຖານ, ຜູ້ຕາງໜ້າໜ່ວຍພັກ ແລະ ພະນັກງານ-ສະມາຊິກພັກ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
 
ໃນພິທີ, ສະຫາຍ ຄຳໄຊ ເຊຍຍີ້ງຢ່າງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບການນຳພາຈັດຕັ້ງປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານແຂ່ງຂັນ-ຍ້ອງຍໍ ປະຈຳປີ 2025, ພ້ອມທັງວາງທິດທາງແຜນການປະຈຳປີ 2026. ຈາກນັ້ນ, ສະຫາຍ ນາງ ອານົງຮັກ ຫວ່າງວັນທານຸວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານມະຕິຕົກລົງຮັບຮອງ ແລະ ຍ້ອງຍໍກົມກອງ-ບຸກຄົນດີເດັ່ນ ເຊິ່ງມີຜົນສໍາເລັດທີ່ພົ້ນເດັ່ນ ດັ່ງນີ້:
* ດ້ານການກໍ່ສ້າງພັກ: ຜ່ານການປະເມີນຕາມ 5 ເນື້ອໃນ, ສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ທັງໝົດ 6 ໜ່ວຍພັກ ແລະ ປະເພດແຂງ 4 ໜ່ວຍພັກ. ໃນນີ້, ມີສະມາຊິກພັກປະເພດແຂງ 242 ສະຫາຍ (ຍິງ 115 ສະຫາຍ).
* ດ້ານການຍ້ອງຍໍຜົນງານ: * ກົມກອງດີເດັ່ນ: ປະເພດ I ມີ 7 ກົມກອງ ແລະ ປະເພດ II ມີ 4 ກົມກອງ.
* ບຸກຄົນດີເດັ່ນ: ປະເພດ I ມີ 425 ສະຫາຍ (ຍິງ 212 ສະຫາຍ) ແລະ ປະເພດ II ມີ 12 ສະຫາຍ (ຍິງ 5 ສະຫາຍ).
 
ຜົນສໍາເລັດດັ່ງກ່າວ ແມ່ນໝາກຜົນຂອງການນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະພັກ ແລະ ຄະນະນຳກະຊວງ ທີ່ຖືເອົາວຽກງານກໍ່ສ້າງພັກ-ພະນັກງານ ເປັນໜ້າທີ່ການເມືອງອັນສຳຄັນ ເພື່ອຍົກສູງຂີດຄວາມສາມາດໃນການນຳພາ ແລະ ສ້າງບຸກທະລຸໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ຕິດພັນກັບວຽກງານສາມສ້າງຢ່າງເປັນຮູບປະທຳ.
ໃນຕອນທ້າຍ, ສະຫາຍ ນາງ ແກ້ວ ຈັນທະວີໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນຮອບ 1 ປີຜ່ານມາ. ພ້ອມກັນນັ້ນ, ສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເພີ່ມທະວີຄວາມຮັບຜິດຊອບໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ແລະ ສຸມໃສ່ການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນທຸກດ້ານ ເພື່ອເປັນກຳລັງແຮງຊຸກຍູ້ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ມີການຂະຫຍາຍຕົວດີຂຶ້ນເລື້ອຍໆ.
 
(ຂ່າວສານ ຮສສ)
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)