



#ແກ້ໄຂບັນຫາສິ່ງທ້າທາຍເພື່ອຂະຍາຍອັດຕາການປົກຄຸມວຽກງານປະກັນສັງຄົມ
#ກອງປະຊຸມສະພາບໍລິຫານ ອປຊ ຄັ້ງທີ XX
..........................
ກອງປະຊຸມສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ (ອປຊ) ຄັັ້ງທີ XX ໄດ້ໄຂຂຶ້ນເປັນເປັນທາງການ ໃນຕອນເຊົ້າຂອງວັນທີ 09 ກຸມພາ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານ ສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ, ມີຮອງປະທານ, ບັນດາຄະນະກໍາມະການ, ຄະນະ ອປຊ ແລະ ຄະນະພະແນກ ອປຊ ເຂົ້າຮ່ວມ. ກອງປະຊຸມໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະ ສິ່ງທ້າທາຍຕ່າງໆ ທີ່ເປັນອຸປະສັກຕໍ່ການຂະຍາຍອັດຕາການປົກຄຸມວຽກງານປະກັນສັງຄົມ. ສະນັ້ນ, ກອງປະຊຸມ ໄດ້ຮັບຮອງເອົາບັນດາວຽກທີ່ສໍາຄັນ ເຊັ່ນ: 1. ແກ້ໄຂບັນຫາປະກັນສຸຂະພາບ ໂດຍຈະໄດ້ມອບໂອນວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ຄືນໃຫ້ອົງການປະກັນສັງຄົມແຫ່ງຊາດເປັນຜູ້ຄຸ້ມຄອງ ພາຍໃນໄຕມາດທີ 01 ຂອງ ປີ 2026 ແລະ ສົມທົບກັບບັນດາໂຮງໜໍເພື່ອໃຫ້ການບໍລິການທີີ່ດີ; 2. ປັບປຸງວິທີການ, ຮູບແບບ ແລະ ເຄື່ອງມືການໂຄສະນາປະຊາສໍາພັນ ໃຫ້ເໝາະສົມ, ເຜີຍແຜ່ສິດ ແລະ ຜົນປະໂຫຍດຂອງການເປັນສະມາຊິກປະກັນສັງຄົມໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ປະເມີນຜົນຂອງການໂຄສະນາປະຊາສໍາພັນຜ່ານສື່ມວນຊົນ ເພື່ອປັບປຸງໃຫ້ແທດເໝາະ ແລະ ເຂົ້າເຖິງກຸ່ມເປົ້າໝາຍຕ່າງໆ; 3. ເຊື່ອມສານວຽກງານປະກັນສັງຄົມເຂົ້າສູ່ຂະແໜງການກ່ຽວຂ້ອງ, ຮ່ວມມືກັບອົງການສາມຝ່າຍ ແລະ ພາກສ່ວນກ່ຽວຂ້ອງ; 4. ການຄຸ້ມຄອງລະບົບປະກັນສັງຄົມດ້ວຍທັນສະໄໝ ໂດຍປັບປຸງ ແລະ ພັດທະນາລະບົບຖານຂໍ້ມູນ, ແອັບປະກັນສັງຄົມ ແລະ ເຊື່ອມໂຍງກັບບັນດາຖານຂໍ້ມູນຂອງຂະແໜງການ; 5. ການປະຕິບັດອຸດໜູນຕ່າງໆໃຫ້ເຂັ້ມງວດ ແລະ ວ່ອງໄວ; 6. ປັບປຸງນິຕິກໍາ ແລະ ກົນໄກໃຫ້ສອດຄ່ອງກັບໜ້າວຽກຕົວຈິງ; 7. ການຄຸ້ມຄອງກອງທຶນໃຫ້ມີຄວາມຍືນຍົງ; 8. ການພັດທະນາບຸກຄະລາກອນໃຫ້ມີຄຸນນະພາບ ແລະ ຄຸ້ມຄອງຫ້ອງການດ້ວຍທັນສະໄໝ; 9. ການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ເພື່ອເປັນການຍາດການຮ່ວມມືດ້ານທຶນຮອນ ແລະ ວິຊາການ.
ກອງປະຊຸມສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດຄັ້ງທີ XX ເປັນກອງປະຊຸມທີ່ສໍາຄັນທີ່ກ້າວສູ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິບັດລາວຄັ້ງທີ XII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 2026-2030.