



#ສາມາດເກັບລາຍຮັບ 2,765.75 ຕື້ກີບ ເທົ່າກັບ 98% ຂອງແຜນການປີ 2025
........................................................
ເພື່ອຢັ້ງຢືນຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະ 01 ປີ ທີ່ຜ່ານມາ ເວົ້າລວມ ເວົ້າສະເພາະກໍ່ຄື ການບັນລຸຕົວເລກຄາດໝາຍສູ້ຊົນໃນປີ 2025. ໃນວັນທີ 19 ຫາ 20 ມັງກອນ 2026, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງວຽກງານປະກັນສັງຄົມ ປະຈໍາປີ 2025 ແລະ ກໍານົດທິດທາງແຜນການ ປີ 2026 ທີ່ ຫ້ອງປະຊຸມໃຫຍ່ ອປຊ ນະຄອນຫຼວງວຽງຈັນ.
ໃນວັນທີ 19 ຫາ ຕອນເຊົ້າ 20 ມັງກອນ 2026 ໄດ້ມີກອງປະຊຸມສໍາມະນາດ້ານວິຊາການ ໂດຍການເປັນປະທານຂອງທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ. ກອງປະຊຸມ ໄດ້ຮັບຟັັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ແລະ ບັນຫາສິ່ງທ້າທາຍ ໃນປິ 2025, ພ້ອມທັງມີການປະກອບຄໍາຄິດຄໍາເຫັນເຂົ້າໃນບັນດາຫົວຂໍ້ສໍາຄັນ ເຊັ່ນ: ການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນ ແລະ ການປັບປຸງແກ້ໄຂວຽກງານ ໂຄສະນາປະຊາສໍາພັນ, ວຽກງານທະບຽນ ແລະ ເງິນສົມທົບ, ການພັດທະນາລະບົບປະກັນສັງຄົມຫັນເປັນທັນສະໄໝ ແລະ ແຜນພັດທະນາໃນຕໍ່ໜ້າ ໂດຍແນໃສ່ລົງເລິກລະບົບການຈ່າຍເງິນຜ່ານແອັບປະກັນສັງຄົມ, ການຈັດຕັ້ງປະຕິບັດວຽກງານກວດສອບໃນໄລຍະທີ່ຜ່ານມາ, ການປະຕິບັດວຽກງານອຸດໜູນ ແລະ ປະກັນສຸຂະພາບ ພ້ອມບັນຫາສໍາຄັນອື່ນໆ ທັງນີ້ກໍ່ເພື່ອເປັນການຖອດຖອນບົດຮຽນບັນດາຂໍ້ສະດວກ ແລະ ຂໍ້ຄົງຄ້າງ ເພື່ອຮັບປະກັນໃຫ້ວຽກງານບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ແລະໃນຕອນບ່າຍຂອງວັນທີ 20 ມັງກອນ 2026 ໄດ້ມີກອງປະຊຸມປະຈໍາປີ 2025 ຂອງ ອປຊ ຂື້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານສະພາບໍລິຫານ ອປຊ, ມີ ຄະນະອົງການປະກັນສັງຄົມແຫ່ງຊາດ, ຫົວໜ້າຫ້ອງການ ກະຊວງ ຮສສ, ບັນດາຄະນະກົມ ຂອງ ກະຊວງ ຮສສ, ຫ້ອງການປະກັນສັງຄົມແຂວງ ພ້ອມດ້ວຍພະນັກງານວິຊາການຫຼັກແຫຼ່ງ ອປຊ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ໃຫ້ກຽດຂື້ນກ່າວຄວາມໝາຍຄວາມສໍາຄັນ ແລະ ເປີດກອງປະຊຸມປະຈໍາປີ 2025 ຂອງ ຕົນຂື້ນ. ຈາກນັ້ນ ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ຂື້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈໍາປີ 2025 ແລະ ກໍານົດທິດທາງແຜນການ ປີ 2026, ເຊິ່ງທ່ານໄດ້ສະແດງໃຫ້ເຫັນເຖິງຜົນຂອງການປະຕິບັດຕົວເລກຄາດໝາຍສູ້ຊົນທີ່ຍາດມາໄດ້ ຄື: 1. ວຽກງານໂຄສະນາປະຊາສໍາພັນ ໄດ້ໂຄສະນາປະຊາສໍາພັນໃຫ້ບັນດາອົງການຈັດຕັ້ງພາກລັດ, ວິສາຫະກິດ ແລະ ສະໝັກໃຈ ໄດ້ 1,185 ຄັ້ງ ເທົ່າກັບ 108.2% ຂອງແຜນການປີ, ລວມມີຜູ້ອອກແຮງງານໃນນັ້ນ 54,631 ຄົນ, ມີຜູ້ຮັບຟັງ 35,633 ຄົນ, ໃນນັ້ນ ສູນກາງໄດ້ 267 ຄັ້ງ ເທົ່າກັບ 105% ແລະ ທ້ອງຖິ່ນ 918 ຄັ້ງ ໄດ້ 109.7%; 2. ການຂຶ້ນທະບຽນໃໝ່ໄດ້ທັງໝົດ 60.565 ຄົນ ເທົ່າກັບ 98% ຂອງແຜນການປີ, ໃນນີ້ຜູ້ອອກແຮງງານໃໝ່ 51,106 ຄົນ ເທົ່າກັບ 102%, ຜູ້ສະໝັກໃຈເຂົ້າປະກັນສັງຄົມໄດ້ 8,474 ຄົນ ເທົ່າກັບ 85% , ມີວິສາຫະກິດຈ່າຍເງິນສົມທົບໃໝ່1,418 ຫົວໜ່ວຍ ມີຜູ້ອອກແຮງງານ 5,736 ຄົນ; ມີຜູ້ເກີດສິດປິ່ນປົວສຸຂະພາບລວມທັງສະມາຊິກຄອບຄົວຂອງເຂົາເຈົ້າທັງໝົດ 921,995 ຄົນ (ບໍ່ລວມ ປກຊ ແລະ ປກສ), ໃນນີ້ ພາກລັດ 475,118 ຄົນ, ພາກວິສາຫະກິດ ແລະ ຜູ້ສະໝັກໃຈ 446,877 ຄົນ; ໃນປີ 2025 ສາມາດເກັບລາຍຮັບໄດ້ທັງໝົດ 2,765.75 ຕື້ກີບ ເທົ່າກັບ 98% ຂອງແຜນການປີ, ໃນນີ້ພາກລັດ 1,708.91 ຕື້ກີບ, ພາກວິສາຫະກິດ ແລະ ສະໝັກໃຈ 1,056.84 ຕື້ກີບ. ສໍາລັບວຽກງານຈຸດສຸມ ໄດ້ສໍາເລັດການປັບປຸງມາດຕາ 34 ແລະ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ ແລະ ຮັບຮອງຈາກປະທານປະເທດ ພ້ອມທັງໄດ້ອອກແຈ້ງການແນະນໍໍາກ່ຽວກັບການຈັດຕັ້ງປະຕິບັດ 2 ມາດຕາດັ່ງກ່າວ; ສຳເລັດ ການພັດທະນາ ແລະ ເປີດການນໍາໃຊ້ແອັບປະກັນສັງຄົມ LSSO App ເພື່ອຮອງຮັບການບໍລິການທັນສະໄໝເທິງມືຖື, ສໍາເລັດການພັດທະນາ ລະບົບການເຊື້່ອມຕໍ່ຂ້ມູນກັບພາກສ່ວນ ຕ່າງໆ API ແລະ ການຈ່າຍເງິນສົມທົບຜ່ານ ທະນາຄານລາວ-ຫວຽດ; ສໍາເລັດການປັບປຸງລະບົບຖານຂໍ້ມູນເງິນອຸດໜູນປະກັນສັງຄົມພາກວິສາຫະກິດ, ອຸດໜູນປະກັນສັງຄົມ ພາກລັດ ເພື່ອຮອງຮັບການປັບເງິນເດືອນໃໝ່ ແລະ ຄິດໄລ່ ເງິນເດືອນປະກັນຕົນສະເລ່ຍຄາດຄະເນປີ 2025; ສຳເລັດ ການມອບ-ຮັບການວຽກປະກັນສຸຂະພາບ ສະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງ ສາທາລະນະສຸກ ເປັນຕົ້ນ. ນອກນັ້ນຍັງໄດ້ເອກະພາບກ່ຽວກັບຮູບແບບ ແລະ ວິທີການໂຄສະນາປະຊາສໍາພັນຢ່າງກ້ວາງຂວາງ ຄຽງຄູ່ກັບການສ້າງຜະລິດຕະພັນໂຄສະນາທີ່ຕິດພັນກັບຈຸດພິເສດຂອງແຕ່ລະທ້ອງຖິ່ນເພື່ອຮັບປະກັນໃຫ້ຂໍ້ມູນຂ່າວສານເຂົ້າເຖິງທຸກກຸ່ມເປົ້າໝາຍ, ການສ້າງຄວາມພ້ອມໃຫ້ການບໍລິການແບບເຄື່ອນທີ່ຂອງແຕ່ລະທ້ອງຖິ່ນ ແລະ ການປຶກສາຫາລືວຽກງານວິຊາການກ່ຽວກັບບັນຫາຕ່າງໆເພື່ອຄວາມເອກະພາບໃນການຈັດຕັ້ງປະຕິບັດ, ພ້ອມກັນນັ້ນຍັງໄດ້ຄົ້ນຄ້ວາ ແລະ ປັບປຸງວຽກງານໂຄສະນາໃຫ້ມີຄວາມຫຼາກຫຼາຍຊ່ອງທາງ ແລະ ມີເນື້ອໃນສອດຄ່ອງເໝາະສົມກັບກຸ່ມເປົ້າໝາຍ, ລະບົບກົນໄກການຈັດຕັ້ງປະຕິບັດບໍລິຫານກອງທຶນໄດ້ຮັບການປັບປຸງໃຫ້ເປັນລະບົບທີ່ຫັດກຸມ ໂປ່ງໃສ ແລະ ສາມາດກວດສອບໄດ້, ພັດທະນາວຽກງານປະກັນສັງຄົມ ຫັນເປັນລະບົບ ທັນສະໄໝ ແລະ ວ່ອງໄວຂື້ນ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ, ກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ຮສສ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ກັບຜົນສໍາເລັດທີ່ ອປຊ ຍາດມາໄດ້ ໃນໄລຍະ 01 ປີ ທີ່ຜ່ານມາ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ ອປຊ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ແກ່ພະນັກງານ-ສະມາຊິກພັກຂອງຕົນໃຫ້ມີຄວາມໜັກແໜ້ນ, ມີຄວາມສາມັກຄີພາຍໃນ, ປະຕິບັດໜ້າທີ່ການບໍລິການປະກັນສັງຄົມ ຕໍ່ຜູ້ປະກັນຕົນ ແລະ ສັງຄົມດ້ວຍຈັນຍາບັນ, ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໜາຍ ດ້ວຍຄວາມ ຮັບຜິດຊອບສູງ; ສືບຕໍ່ປັບປຸງການຈັດຕັ້ງ ຂອງອົງການປະກັນສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ມີແບບແຜນການນຳພາ ແລະ ວິທີເຮັດວຽກຕາມກົດໜາຍ ແລະລະບຽບການ, ເສີມຂະຫຍາຍ ຄວາມສາມັກຄີພາຍໃນ ແລະ ພາຍນອກ ໃຫ້ກວ້າງຂວາງ; ເປັນເຈົ້າການໂຄສະນາ-ປະຊາສຳພັນ ປຸກລະດົມ ຂົນຂວາຍ ບັນດາ ຫົວໝ່ວຍວິສາຫະກິດ ແລະ ຜູ້ສະໜັກໃຈໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເຂົ້າສູ່ລະບົບຢ່າງກວ້າງຂວາງ, ສືບຕໍ່ຄົ້ນຄ້ວາ ແລະ ປັບປຸງກົນໄກການປະສານກັບບັນດາໂຮງໝໍທີ່ເປັນຄູ່ສັນຍາ; ປະສານສົມທົບກັບຂະແໜງການສາທາລະນະສຸກ ໃນການນະໂຍບາຍອຸດໜູນປະກັນສຸຂະພາບໃຫ້ມີຄວາມຊັດເຈນ ແລະ ວ່ອງໄວ ເພື່ອໃຫ້ສະມາຊິກປະກັນສັງຄົມ ໄດ້ຮັບການບໍລິການປິ່ນປົວສຸຂະພາບຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ; ປັບປຸງການບໍລິການໃຫ້ມີຄຸນນະພາບ, ມີຫລາກຫລາຍວິທີການ, ວ່ອງໄວ ແລະ ເປັນທີ່ເພິ່ງພໍໃຈຂອງສັງຄົມ, ຫັນເປັນທັນສະໄໝ ສາມາດຕອບສະໜອງການບໍລິການບັນດາອຸດໜູນປະກັນສັງຄົມໃຫ້ແຕ່ລະເປົ້າໜາຍຢ່າງຖືກຕ້ອງ ແລະ ສອດຄ່ອງ ພ້ອມທັງຮັບປະກັນບໍ່ໃຫ້ມີການຕົກ ເຮ່ຍເສຍຫາຍ; ສືບຕໍ່ປະສານກັບຂະແໜງການ ແລະ ອົງການປົກຄອງແຕ່ລະຂັ້ນ ໃນການປະກອບສ່ວນຊຸກຍູ້ ເຂົ້າໃນການພັດທະນາວຽກງານປະກັນສັງຄົມກໍຄື ຊຸກຍູ້ໃຫ້ບັນດາເປົ້າໝາຍຕ່າງໆເຂົ້າສູ່ລະບົບປະກັນສັງຄົມໃຫ້ນັບມື້ນັບກວ້າງຂວາງ; ເອົາໃຈໃສ່ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນການປັບປຸງກົດໝາຍວ່າດ້ວຍການປະກັນສັງຄົມໃຫ້ສຳເລັດພາຍໃນປີ 2026; ເອົາໃຈໃສ່ໃນການພັດທະນາພຶ້ນຖານໂຄງລ່າງ ກັນຫັນເປັນທັນສະໄໝ ໂດຍໃຫ້ມີແຜນການລະອຽດ ໃນການພັດທະນາຖານຂໍ້ມູນແຕ່ລະລະບົບ, ການເຊື່ອມໂຍງກັບບັນດາໂຮງໝໍ ແລະ ບັນດາທະນາຄານ ເພື່ອອໍານວຍຄວາມສະດວກໃນການບໍລິການປະກັນສັງຄົມ ແລະ ການບໍລິການສຸຂະພາບ. ກອງປະຊຸມວຽກງານປະກັນສັງຄົມ ປະຈໍາປີ 2025 ໄດ້ດໍາເນີນໄປເປັນເວລາ 02 ວັນ ດ້ວຍຜົນສໍາເລັດຕາມລະດັບຄາດໝາຍ.