ໃນອາທິດທີ່ຜ່ານມາ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ພະນັກງານຫຼັກແຫຼ່ງ ໄດ້ລົງຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ຂອງ ຫ້ອງການປະກັນສັງຄົມ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສົມຫວັງ ອິນທະວົງ ຫົວໜ້າຫ້ອງການປະກັນສັງຄົມ ນະຄອນຫຼວງວຽງຈັນ ພ້ອມທັງພະນັກງານວິຊາການ.

     ຈຸດປະສົງໃນການລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານໃນຄັ້ງນີ້ ກໍ່ເພື່ອເປັນການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງແນວຄິດ, ການປັບປຸງກໍ່ສ້າງ ແລະ ຊັບຊ້ອນພະນັກງານ.
ໃນຕອນຕົ້ນ ທ່ານ ສົມຫວັງ ອິນທະວົງ ຫົວໜ້າ ຫ້ອງການປະກັນສັງຄົມນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ກ່ຽວກັບການປະຕິບັດວຽກງານຢູ່ຫ້ອງການ ເຊິ່ງຜ່ານມາກໍ່ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກບາງດ້ານ ໂດຍສະເພາະດ້ານບຸກຄະລາກອນທີ່ມີຈຳກັດ ເຊິ່ງໄດ້ມີການຊັບປ່ຽນໝູນວຽນໜ້າທີ່ຮັບຜິດຊອບ, ແຕ່ກໍ່ຍ້ອນມີການຕິດຕາມ-ຊຸກຍູ້ຢ່າງໃກ້ຊິດ ຂອງຄະນະພະແນກ ຮສສ ນະຄອນຫຼວງ ແລະ ຄະນະອົງການປະກັນສັງຄົມແຫ່ງຊາດ ຈິ່ງສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ໂດຍສະເພາະການປະຕິບັດວຽກງານອຸດໜູນພາກລັດ, ການຂຶ້ນທະບຽນ ແລະ ເກັບເງິນສົມທົບ ຂອງຜູ້ປະກັນຕົນສະໝັກໃຈ ທີ່ສາມາດບັນລຸຕົວເລກຄາດໝາຍສູ້ຊົນຂອງປີ 2025.
 
     ຕອນທ້າຍຂອງວາລະ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ ກໍ່ໄດ້ມີຄຳຄິດເຫັນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນປີ 2025 ພ້ອມທັງໄດ້ຊີ້ນຳເພີ່ມຕື່ມກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ຂອງຫ້ອງການປະກັນສັງຄົມ ນະຄອນຫຼວງ ໂດຍທ່ານໄດ້ເນັ້ນໃຫ້ຍົກສູງສະຕິຄວາມເປັນແບບຢ່າງໃຫ້ກັບພະນັກງານ-ມະຫາຊົນ ໄປພ້ອມກັບການສຶກສາອົບຮົມດ້ານການເມືອງແນວຄິດ ເພື່ອເຮັດໃຫ້ພະນັກງານມີແນວຄິດອຸ່ນອ່ຽນ, ທຸນທ່ຽງ, ໜັກແໜ້ນເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມທັງເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຢ່າງຫ້າວຫັນ, ສຳລັບວຽກງານວິຊາສະເພາະ ກໍ່ໃຫ້ສືບຕໍ່ຮັກສາມູນເຊື້ອຜົນສຳເລັດ. ສຳລັບຂໍ້ສະເໜີຕ່າງໆ ຫຼື ວຽກງານໃດທີ່ຍັງເຫັນວ່າມີຄວາມບໍ່ສອດຄ່ອງ ເຮັດໃຫ້ມີຊ່ອງວ່າງ ຫຼື ຂອດປະສານງານທີ່ຍັງບໍ່ລະອຽດຊັດເຈນ ກໍ່ໃຫ້ມີໜັງສືສະເໜີຫາພາກສ່ວນທີ່ກ່ຽວຂ້ອງ, ມີການລາຍງານເປັນລາຍລັກອັກສອນ ແລະ ປະສານງານຕາມຂັ້ນຕອນ ເພື່ອເຮັດໃຫ້ແຜນການປີ 2026 ປະສົບຜົນສຳເລັດຕາມຄາດໝາຍ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)