ໃນວັນທີ 20/11/2025 ທີ່ ອປຊ ໄດ້ຈັດກອງປະຊຸມເຜີຍແຜ່ການນຳໃຊ້ລະບົບຊໍາລະເງິນສົມທົບພາກວິສາຫະກິດແບບອອນລາຍ ຜ່ານລະບົບຂອງທະນາຄານຮ່ວມທຸລະກິດລາວ-​ຫວຽດ,​ ພາຍໃຕ້ການເປັນປະທານຂອງທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ,​ ມີຄະນະ ອປຊ,​ ຄະນະພະແນກ, ບັນດາຜູ້ຕາງໜ້າຈາກຫົວໜ່ວຍວິສາຫະກິດ ເຂົ້າຮ່ວມທັງໝົດ 60 ກວ່າທ່ານ.
 
ໂຄງການດັ່ງກ່າວ ເປັນການຮ່ວມມືກັນລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ແລະ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ,​ ຈຸດປະສົງ ກໍ່ເພື່ອເປັນການສ້າງເຄື່ອງມືທີ່ອຳນວຍຄວາມສະດວກໃຫ້ບັນດາຫົວໜ່ວຍວິສາຫະກິດ ສາມາດຊໍາລະເງິນສົມທົບພາກວິສາຫະກິດຜ່ານລະບົບອອນລາຍ,​ ເພີ່ມຄວາມວ່ອງໄວໃນການຊໍາລະໃນແຕ່ລະເດືອນ ແລະ ທັງຮັບປະກັນການເກີດສິດຮັບເງິນອຸດໜູນນຳປະກັນສັງຄົມ,​ ຫຼຸດຜ່ອນບັນຫາແຈ້ງເງິນສົມທົບຜິດພາດໃນແຕ່ລະເດືອນ ແລະອື່ນໆ. ຈາກນັ້ນ ຍັງໄດ້ນໍາພາບັນດາຜູ້ຕາງໜ້າຫົວໜ່ວຍວິສາຫະກິດ ລົງທະບຽນການນຳໃຊ້ລະບົບຊໍາລະເງິນສົມທົບແບບອອນລາຍ.​ ໃນໂອກາດດັ່ງກ່າວ,​ ປະທານຍັງໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍວິສາຫະກິດ ຊ່ວຍແນະນຳ ແລະ ນໍາໃຊ້ລະບົບການຊໍາລະເງິນສົມທົບປະກັນສັງຄົມແບບອອນລາຍຢ່າງທົ່ວເຖິງ ເຊິ່ງລະບົບດັ່ງກ່າວຈະເປັນພື້ນຖານໃນການພັດທະນາລະບົບຊໍາລະເງິນສົມທົບພາກວິສາຫະກິດຂອງປະກັນສັງຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນນັບມື້ນັບສູງຂື້ນ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)