



ໃນວັນທີ 18 ພະຈິກ 2025 ທີ່ ຫ້ອງປະຊຸມໃຫຍ່ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 34 ປີ (15 ສິງຫາ 1991 - 15 ສິງຫາ 2025) ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2025, ໂດຍການປາຖະກະຖາຂອງ ສະຫາຍ ໂຈມແຍງ ແພງທອງສະຫວັດ ຄະນະບໍລິຫານງານພັກ ກະຊວງ ຮສສ, ທັງເປັນ ເລຂາ ຄະນະພັກຮາກຖານ ອົງການປະກັນສັງຄົມແຫ່ງຊາດ, ມີບັນດາສະຫາຍ ຄະນະພັກຮາກຖານ ອປຊ, ບັນດາຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ໂຈມແຍງ ແພງທອງສະຫວັດ ເລຂາ ຄະນະພັກຮາກຖານ ອົງການປະກັນສັງຄົມແຫ່ງຊາດ ໄດ້ຫືນຄືນເຖິງຄວາມສໍາຄັນຂອງລັດຖະທໍາມະນູນ ວ່າ: ລັດຖະທໍາມະນູນສະບັບທໍາອິດຂອງ ສປປ ລາວ ໄດ້ຖືກຮັບຮອງໃນວັນທີ 15 ສິງຫາ 1991, ເຊິ່ງເປັນເຫດການປະຫວັດສາດທີ່ສໍາຄັນ ທີ່ໄດ້ວາງພື້ນຖານອັນໜັກແໜ້ນໃຫ້ແກ່ການສ້າງລັດແຫ່ງກົດໝາຍ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າ, ພ້ອມທັງເປັນເຂັມຊີ້ທິດໃຫ້ແກ່ການພັດທະນາປະເທດຊາດໃຫ້ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ. ຕະຫຼອດໄລຍະ 34 ປີຜ່ານມາ, ລັດຖະທໍາມະນູນໄດ້ເປັນພື້ນຖານໃຫ້ແກ່ການສ້າງ ແລະ ປັບປຸງລະບົບກົດໝາຍຕ່າງໆ ຢ່າງຕໍ່ເນື່ອງ, ເປັນກົນໄກສໍາຄັນໃນການປົກປ້ອງເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ພ້ອມກັນນັ້ນ, ຍັງໄດ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ປົກປ້ອງສິດເສລີພາບ ແລະ ປະຊາທິປະໄຕຂອງປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນ ປະທານຍັງໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງ ຂອງ ອປຊ ພ້ອມກັນສຶກສາອົບຮົມ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດລັດຖະທໍາມະນູນ ກໍຄື ກົດໝາຍຕ່າງໆ ຢ່າງເຂັ້ມງວດ, ສືບຕໍ່ຜັນຂະຫຍາຍມະຕິ XI ຂອງພັກ ເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນຢ່າງມີຜົນສໍາເລັດ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ, ໝັ້ນຄົງ ແລະ ສີວິໄລ.