ໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ທີ່ ຫ້ອງປະຊຸມໃຫຍ່ ຂອງ ອປຊ, ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂື້ນເປັນສົມບຸນ 05 ສະຫາຍ ຂອງ ຄະນະພັກຮາກຖານ ອປຊ, ໂດຍການເປັນປະທານຂອງ ສະຫາຍ ໂຈມແຍງ ແພງທອງສະຫວັດ ເລຂາ ຄະນະພັກຮາກຖານ ອົງການປະກັນສັງຄົມແຫ່ງຊາດ, ທັງເປັນຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີບັນດາສະຫາຍຄະນະພັກຮາກຖານ, ຜູ້ຕາງໜ້າກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ, ສະມາຊິກພັກ ອປຊ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
 
ໃນພິທີ ຜູ້ຕາງໜ້າຄະນະພັກຮາກຖານ ໄດ້ຂື້ນຜ່ານມະຕິຕົກລົງສະບັບເລກທີ 206/ຄພ.ຮສສ, ລົງວັນທີ 30 ກັນຍາ 2025 ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບຸນ ຂອງ ພັກປະຊາຊົນປະຕິວັດລາວ. ຈາກນັ້ນສະຫາຍ ສະຫາຍ ໂຈມແຍງ ແພງທອງສະຫວັດ ເລຂາ ຄະນະພັກຮາກຖານ ອປຊ ກໍໄດ້ໃຫ້ຄໍາໂອວາດຕັກເຕືອນສະມາຊິກພັກສົມບູນໃໝ່ ໃຫ້ຮັບຮູ້ສິດໜ້າທີ່ ແລະ 11 ຂໍ້ຫ້າມສໍາລັບສະມາຊິກພັກສົມບູນ, ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ, ຍົກສູງລະດັບຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບການມອບໝາຍ, ອອກແຮງຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອເປັນແບບຢ່າງອັນດີງາມໃຫ້ແກ່ມະຫາຊົນ ແລະ ປະກອບສ່ວນສ້າງໜ່ວຍພັກໃຫ້ເຂັ້ມແຂງ, ປະຕິບັດຕາມກົດລະບຽບຕ່າງໆຂອງພັກວາງອອກ ແລະ ບັນດາຂໍ້ຫ້າມຢ່າງເຂັ້ມງວດ, ເຂົ້າຮ່ວມດຳເນີນຊີວິດພັກ ແລະ ມີທັດສະນະຕໍ່ແນວທາງການນໍາພາພັກຢ່າງໜັກແໜ້ນ.
 
ສໍາລັບພິທີດັ່ງກ່າວ ໄດ້ຮັບຮອງເອົາ ສະຫາຍ ສັກສຸລິໂຍ ນວນສະຫວັນ, ສະຫາຍ ນາງ ພອນທິດາ ຄຸນທະລັງສີ, ສະຫາຍ ບຸນເຫຼືອ ພັນທະບູນ, ສະຫາຍ ລັດສະໝີ ວົງຈັນ, ສະຫາຍ ສັນນະຄອນ ບຽນທະນົງ ສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບຸນ ຂອງ ຄະນະພັກຮາກຖານ ອົງການປະກັນສັງຄົມແຫ່ງຊາດ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)