ໃນວັນທີ 06/10/2025 ພະແນກພັດທະນາຜູ້ປະກອບການ ແລະ ກິດຈະກໍາຕາງໜ້າຜູ້ໃຊ້ແຮງງານ ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຈັດງານ: “ຜະລິດຕະພັນລາວ 2025” (Made In Laos 2025) ທີ່ ສູນການຄ້າລາວ-ໄອເຕັກ. ພາຍໃນງານ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຖືກເຊີນເຂົ້າຮ່ວມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ແກ່ພາກວິສາຫະກິດ ໂດຍການຂື້ນບັນຍາຍຂອງທ່ານ ນາງ ອຸດຕະມະ ມິດທະສອນ ຫົວໜ້າຂະແໜງ ຂອງ ພະແນກໂຄສະນາປະຊາສໍາພັນ ອປຊ.
 
ພາຍໃນງານ ຍັງມີເວທີສໍາມະນາແລກປ່ຽນໃນຫົວຂໍ້: “ເສີມຂະຫຍາຍບົດບາດຂອງສາມຝ່າຍໃນການຊຸກຍູ້ບັນດາຫົວໜ່ວຍ ວິສາຫະກິດໃຫ້ເຂົ້າສູ່ລະບົບປະກັນສັງຄົມ ລວມທັງນັກຮຽນຝຶກງານ ແລະ ນັກຮຽນທີ່ຮຽນຢູ່ໃນສະຖານປະກອບການ” ຈາກຜູ້ຕາງໜ້າ 03 ຝ່າຍ ຄື: ອົງການປະກັນສັງຄົມ ກະຊວງ ຮສສ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ສະຫະພັນກໍາມະບານລາວ ທັງນີ້ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນດ້ານຂໍ້ມູນຂ່າວສານທີ່ຈໍາເປັນໃຫ້ແກ່ບັນດາສະມາຊິກ ຂອງ ສຄອຊ ແລະ ແຂກຖືກເຊີນ ໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວ. ນອກນັ້ນ ຍັງມີການວາງສະແດງຜະລິດຕະພັນທີ່ຜະລິດຈາກສີມືຄົນລາວທີ່ຫຼາກຫຼາຍ ແລະ ນະວັດຕະກໍາທີ່ທັນສະໄໝ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)