



ໃນວັນທີ 02/10/2025 ຫ້ອງການປະກັນສັງຄົມແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍປະກັນສັງຄົມໃຫ້ພະນັກງານລັດຖະກອນ ທີ່ ເມືອງຮົ່ມ ແຂວງໄຊສົມບູນ, ໂດຍການເປັນປະທານຂອງທ່ານ ບຸນເຕັງ ລັດຕະນະໄຕ ຮອງປະທານປົກຄອງເມືອງຮົ່ມ ແລະ ທ່ານ ສົມເພັດ ວົງພະຈິດ ຮອງເລຂາໜ່ວຍພັກພະແນກ ຮສສ ແຂວງໄຊສົມບູນ, ມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 8 ທ່ານ.