



ໃນວັນທີ 23/9/2025 ຫ້ອງການປະກັນສັງຄົມແຂວງວຽງຈັນ ສົມທົບກັບ ຫ້ອງການ ຮສສ ເມືອງແກ້ວອຸດົມ ເປີດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມສະບັບປັບປຸງ ພ້ອມແກ້ໄຂຂໍ້ຂ້ອງໃຈໃຫ້ກັບພະນັກງານລັດຖະກອນ ບັນດາຫ້ອງການ, ຫົວໜ່ວຍວິສາຫະກິດ ແລະອໍານາດການປົກຄອງບ້ານ ທີ່ຢູ່ອ້ອມຂ້າງເມືອງແກ້ວອຸດົມ, ໂດຍການເປັນປະທານຂອງທ່ານ ຈັນທະວົງ ບົວລະພັນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ແກ້ວອຸດົມ ແລະ ທ່ານ ບົວສີ ລິນວົງສັກ ຫົວໜ້າຫ້ອງການປະກັນສັງຄົມແຂວງວຽງຈັນ, ມີຜູ້ເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 36 ທ່ານ.