



ໃນວັນທີ 18 ກັນຍາ 2025 ຫ້ອງການປະກັນສັງຄົມແຂວງຄໍາມ່ວນ ໄດ້ເຂົ້າຮ່ວມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ພາຍໃນກອງປະຊຸມເຜີຍແຜ່ກົດໝາຍວຽກງານຮອບດ້ານ ຂອງ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍໍາມ່ວນ ທີ່ ເມືອງໄຊບົວທອງ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງຄໍາມ່ວນ ແລະ ທ່ານ ບົວລະພາ ໄຊຍະວົງ ຮອງເລຂາພັກເມືອງ ເມືອງໄຊບົວທອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ວຽກງານພັກ. ບັນຍາຍກົດໝາຍປະກັນສັງຄົມໂດຍ ທ່ານ ນາງ ອ້ອມສ້ອຍ ເກື້ອມະລີແດງ ຫົວໜ້າຫ້ອງການປະກັນສັງຄົມແຂວງຄໍາມ່ວນ, ມີຫ້ອງການອ້ອມຂ້າງເມືອງ, ບັນດາວິສາຫະກິດ ແລະ ອໍານາດການປົກຄອງບ້ານພາຍໃນເທດສະບານເມືອງ ເຂົ້າຮ່ວມທັງໜົດ 48 ທ່ານ, ຍິງ 14 ທ່ານ.