ໃນວັນທີ 26/09/2025 ທີ່ ນະຄອນຫຼວງຮ່າໂນ້ຍ ປະເທດ ສສ ຫວຽດນາມ, ໄດ້ມີກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານປະກັນສັງຄົມ ລະຫວ່າງ ອົງການປະກັນສັງຄົມຫວຽດນາມ ແລະ ອົງການປະກັນສັງຄົມແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ທ່ານ Dao Viet Anh ຫົວໜ້າອົງການປະກັນສັງຄົມຫວຽດນາມ ພ້ອມຄະນະ.
 
ຈຸດປະສົງກໍ່ເພື່ອ ຮັບຟັງການລາຍງານຜົນສໍາເລັດການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານປະກັນສັງຄົມ ລາວ-ຫວຽດນາມ ໄລຍະປີ 2022-2025 ແລະ ທິດທາງແຜນການໄລຍະປີ 2026-2030 ບົນຫຼັກການພື້ນຖານຄູ່ຮ່ວມມືແບບພາຄີ ໃນການພັດທະນາວຽກງານປະກັນສັງຄົມ, ການແລກປ່ຽນດ້ານວິຊາການ, ຂໍ້ມູນ ແລະ ປະສົບການທີ່ດີຮ່ວມກັນ ທັງນີ້ກໍ່ເພື່ອເປັນການແລກປ່ຽນ ແລະ ສ້າງຄວາມເຂັ້ມແຂງວຽກງານປະກັນສັງຄົມຂອງສອງປະເທດ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ມີການປຶກສາຫາລືຂອດການຮ່ວມມືໃນຫຼາຍບັນຫາສໍາຄັນ ເພື່ອເປັນແນວທາງໃນການຮ່ວມມືດ້ານວິຊາການໃນຕໍ່ໜ້າ ແລະ ຄາດວ່າໃນຕົ້ນປີ 2026 ປະກັນສັງຄົມຂອງສອງປະເທດ ຈະໄດ້ສືບຕໍ່ລົງນາມເຊັນ MOU ວ່າດ້ວຍການຮ່ວມມືດ້ານປະກັນສັງຄົມ ຕື່ມອີກ.
 
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)