ເພື່ອເປັນການສືບຕໍ່ແລກປ່ຽນບົດຮຽນວຽກງານປະກັນສັງຄົມ ຢູ່ ປະເທດ ສສ ຫວຽດນາມ, ໃນວັນທີ 24/09/2025 ທາງປະກັນສັງຄົມຫວຽດນາມ ໄດ້ນໍາພາ ຄະນະຜູ້ແທນຈາກປະກັນສັງຄົມລາວ ນໍາໂດຍທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດລາວ ພ້ອມຄະະນະ ລົງຢ້ຽມຢາມແຂວງແທັງຮວ໊າ ໃຫ້ກຽດຕ້ອນຮັບໂດຍທ່ານ NGUYỄN KHẮC TUẤN ຜູ້ອໍານວຍການ ອົງການປະກັນສັງຄົມແຂວງແທັງຮວ໊າ. ຈຸດປະສົງ ກໍ່ເພື່ອແລກປ່ຽນບົດຮຽນກ່ຽວກັບການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການເປີດກວ້າງກຸ່ມເປົ້ົ້າໝາຍການເຂົ້າສູ່ລະບົບປະກັນສັງຄົມ ແລະ ຂະຫຍາຍຜູ້ເຂົ້າຮ່ວມໃນຂົງເຂດແຮງງານນອກລະບົບ. ໃນໂອກາດດຽວກັນ ຄະນະດັ່ງກ່າວ ຍັງໄດ້ລົງຢ້ຽມຢາມການເຮັດວຽກຕົວຈິງຂອງພະນັກງານ ຢູ່ ຫ້ອງການປະກັນສັງຄົມເມືອງເຊິ່ມເຊີນ ແຂວງແທັງຮວ໊າ ປະເທດ ສສ ຫວຽດນາມ ຕື່ມອີກ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)