ໃນລະຫວ່າງວັນທີ 24-26 ກັນຍາ 2025 ທີ່ ໂຮງແຮມ T mark ເມືອງ ວັງວຽງ ແຂວງ ວຽງຈັນ ໄດ້ມີກອງປະຊຸມສໍາມະນາການເສີມຂະຫຍາຍການເຂົ້າເຖິງລະບົບປະກັນສັງຄົມໃນ ສປປ ລາວ: “ແຜນງານການຫັນເປັນດິຈິຕອລຂອງປະກັນສັງຄົມລາວ ແລະ ການເພີ່ມປະສິດທິພາບໃນການໃຫ້ບໍລິການ” ແລະ ກອງປະຊຸມຄະນະຮັບຜິດຊອບ “ໂຄງການຂະຫຍາຍການປົກປ້ອງສັງຄົມສູ່ແຮງງານນອກລະບົບ ແລະ ການຫັນເປັນດິຈິຕອລ ໃນກອບການຮ່ວມມື ໃຕ້-ໃຕ້” ພາຍໃຕ້ການສະໜັບສະໜູນຂອງ ໂຄງການຮ່ວມມື ILO-China, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ Tian Feng ILO-China Project Manager ແລະ ມີຜູ້ເຂົ້າຮ່ວມຈາກ ອົງການແຮງງານສາກົນ, ຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າສຸນກາງກຳມະບານລາວ, ຕາງໜ້າສະພາການຄ້າແລະອຸດສະຫະກຳແຫ່ງຊາດລາວ, ຜູ້ຊ່ຽວຊານຈາກ ປະກັນສັງຄົມ ສສ ຫວຽດນາມ ແລະ ປະກັນສັງຄົມ ສປ ຈີນ, ກົມການຈັດຫາງານ ແລະ ພະນັກງານຂອງ ອົງການປະກັນສັງຄົມເຂົ້າຮ່ວມ ທັງໝົດ 37 ທ່ານ.
 
ໃນກອງປະຊຸມຮັບຟັງການລາຍງານຄວາມຄືບໜ້າ ການພັດທະນາ ແອັບພິເຄຊັນເທິງມືຖື LSSO Application ແລະ ການພັດທະນາລະບົບ API, ທ່ານ Warren Daly ທີ່ປຶກສາອົງການແຮງງານສາກົນຜູ້ຊ່ຽວຊານຂອງ ອົງການແຮງງານສາກົນ ໄດ້ລາຍງານຜົນການປະເມີນ “ການເສີມຂະຫຍາຍການເຂົ້າເຖິງປະກັນສັງຄົມໃນ ສປປ ລາວ: “ແຜນການຫັນເປັນດິຈິຕອລ ແລະ ການເພີ່ມປະສິດທິພາບການບໍລິການ”, ໂດຍສະເໜີໃຫ້ເຫັນ ຜົນການປະເມີນ, ຈຸດເດັ່ນ ແລະ ຂໍ້ແນະນຳຕໍ່ປະກັນສັງຄົມເພື່ອພັດທະນາລະບົບໃຫ້ສອດຄ່ອງກັບການຫັນເປັນເປັນດິຈິຕອລ, ການນໍາສະເໜີ “ປະສົບການດິຈິຕອລ ຂອງ ສສ. ຫວຽດນາມ” ໂດຍຜູ້ຕາງໜ້າຈາກປະກັນສັງຄົມຫວຽດນາມ, ການຫັນເປັນທັນສະໄໝ ແລະ ການປັບຕົວປະຕິຮູບລະບົບປະກັນສັງຄົມຂອງຈີນ ແລະ ການປະຕິບັດການຫັນເປັນທັນສະໄໝໃນລະບົບປະກັນສັງຄົມຂອງຈີນ ໂດຍຜູ້ຕາງໜ້າຈາກສະມາຄົມປະກັນສັງຄົມແຫ່ງ ສປ ຈີນ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ມີກິດຈະກໍາເປັນກຸ່ມ ເພື່ອປຶກສາຫາລືຂໍ້ສະເໜີແນະຂອງບົດລາຍງານ ແລະ ການນໍາໄປຈັດຕັ້ງປະຕິບັດ.
ກອງປະຊຸມສຳມະນາດັ່ງກ່າວໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົົ້າຮ່ວມກ່ຽວກັບການພັດທະນາລະບົບຖານຂໍ້ມູນປະກັນສັງຄົມຕາມທິດຫັນໄປສູ່ຄວາມເປັນທັນສະໄໝ, ຮັບຟັງບົດຮຽນຂອງບັນດາປະເທດ, ຜູ້ເຂົົ້າຮ່ວມການສໍາມະນາໄດ້ມີແລກປ່ຽນບົດຮຽນ ແລະ ປະກອບຄຳເຫັນເພື່ອເປັນຂໍ້ມູນໃຫ້ແກ່ການພັດທະນາລະບົບໄອທີຂອງປະກັນສັງຄົມເພື່ອໃຫ້ມີຄວາມທັນສະໄໝ, ສອດຄ່ອງ, ສາມາດຕອບສະໜອງການບໍລິການທີ່ສະດວກ ແລະ ຮັບປະກັນຄວາມປອດໄພ.
 
ໃນໂອກາດດຽວກັນ, ໃນວັນທີ 26/09/2025 ຈະມີການດໍາເນີນກອງປະຊຸມຄະນະຮັບຜິດຊອບຊີ້ນຳ “ໂຄງການຂະຫຍາຍການປົກປ້ອງສັງຄົມສູ່ແຮງງານນອກລະບົບ ແລະ ການຫັນເປັນດີຈິຕອລ ໃນກອບການຮ່ວມມື ໃຕ້-ໃຕ້” ໂດຍການເປັນປະທານຮ່ວມຂອງທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຮສສ ແລະ ທ່ານ Lars Johansen ຮອງຜູ້ອໍານວຍການ DWT ປະຈໍາບາງກອກ, ເຊິ່ງຈະໄດ້ຮັບຟັງການນໍາສະເໜີພາບລວມຂອງການຮ່ວມມືລະຫວ່າງ ILO ແລະ ສປ ຈີນ ໂດຍ ທ່ານ Tian Feng ຜູ້ຈັດການໂຄງການຮ່ວມມື ILO-China, “ການສະໜັບສະໜູນດ້ານວິຊາການຂອງ ILO ກ່ຽວກັບການປົກປ້ອງສັງຄົມຢູ່ ສປປ ລາວ” ໂດຍທີ່ປຶກສາດ້ານວິຊາການການປົກປ້ອງສັງຄົມ ຂອງ ILO. ພ້ອມດຽວກັນນັ້ນ, ຍັງຈະໄດ້ຮັບຟັງການນໍາສະເໜີ “ຄວາມຄືບໜ້າຂອງໂຄງການ ການຮ່ວມມື ILO - ຈີນ ແລະ ທິດທາງ” ໂດຍ ທ່ານ ນ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)