



ໃນລະຫວ່າງວັນທີ 22-26/09/2025 ປະກັນສັງຄົມລາວ, ນຳໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແລກປ່ຽນບົດຮຽນດ້ານວຽກງານປະກັນສັງຄົມ ໃນຫົວຂໍ້: ການຫັນເປັນລະບົບດິຈິຕອນ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືດ້ານວຽກງານປະກັນສັງຄົມ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ.
ໃນວັນທີ 23/09/2025 ທີ່ ນະຄອນຫຼວງຮ່າໂນ້ຍ ປະເທດ ສສ.ຫວຽດນາມ, ໄດ້ມີກອງປະຊຸມແລກປ່ຽນບົດຮຽນດ້ານວຽກງານປະກັນສັງຄົມ ຂອງສອງປະເທດ, ໃຫ້ກຽດກ່າວຕ້ອນຮັບໂດຍ ທ່ານ Dao Viet Anh ຫົວໜ້າອົງການປະກັນສັງຄົມຫວຽດນາມ. ກອງປະຊຸມໄດ້ຮັບຟັງການລາຍງານຜົນງານການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນຂອງອົງການປະກັນສັງຄົມຫວຽດນາມ, ບົດຮຽນກ່ຽວກັບການເປີດກວ້າງກຸ່ມເປົ້າໝາຍເຂົ້າສູ່ລະບົບປະກັນສັງຄົມ ແລະ ການຂະຫຍາຍກຸ່ມເປົ້າໝາຍໃນຂົງເຂດແຮງງານນອກລະບົບ. ຜູ້ແທນຫວຽດນາມໄດ້ລາຍງານໃຫ້ຮູ້ອີກວ່າ: ປະກັນສັງຄົມຫວຽດນາມ ສາມາດບັນລຸໄດ້ຜົນງານການຫັນເປັນດີຈີຕອນ ການເຊື່ອມຕໍ່ດ້ວຍຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ເພື່ອຮັບໃຊ້ເຂົ້າໃນການການແບ່ງປັນຂໍ້ມູນຂ່າວສານຂອງພົນລະເມືອງທີ່ມີຄວາມຊັດເຈນ ຄົບຊຸດ ລະຫວ່າງ ຖານຂໍ້ມູນແຫ່ງຊາດປະກັນສັງຄົມ ແລະ ຖານຂໍ້ມູນແຫ່ງຊາດພົນລະເມືອງ, ລະບົບຂອງປະກັນສັງຫວຽດນາມ ມີຄວາມຊັດເຈນຫຼາຍກວ່າ 100,2 ລ້ານຂໍ້ມູນພົນລະເມືອງ ໂດຍການຄຸ້ມຄອງຂອງອົງການປະກັນສັງຄົມຫວຽດນາມ, ໃນນັ້ນມີປະມານ 91 ລ້ານຄົນ ພວມເຂົ້າຮ່ວມຊົມໃຊ້ປະກັນສັງຄົມ, ປະກັນສຸຂະພາບ, ປະກັນການຫວ່າງງານ ກວມເອົາ 99,23% ຂອງຈໍານວນຜູ້ເຂົ້າຮ່ວມ, ບັນດາຖານຂໍ້ມູນມີຄວາມສົມບູນ, ຄົບຖ້ວນ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ. ໃນວັນທີ 01/08/2025 ອົງການປະກັນສັງຄົມຫວຽດນາມ ໄດ້ປະຕິບັດການຫັນເປັນດີຈີຕອນໃນການນໍາໃຊ້ເລກບັດປະຈໍາຕົວປະຊາຊົນ ປ່ຽນແທນເລກລະຫັດປະກັນສັງຄົມ.
ໃນໂອກາດດັ່ງກ່າວ ຕາງໜ້າຝ່າຍລາວ ໄດ້ມີການແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງລະບົບປະກັນສັງຄົມຂອງ ສປປ ລາວ, ເຊິ່ງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ກັບການແລກປ່ຽນບົດຮຽນຂອງສອງປະເທດ ເຊິ່ງຈະນຳໄປສູ່ການພັດທະນາປັບປຸງວຽກງານປະກັນສັງຄົມຂອງຕົນ ໃຫ້ດີຍິ່ງຂື້ນໃນຕໍ່ໜ້າ.